ຂ່າວເດັ່ນ

ປະ​ທານ​ປະ​ເທດ ເລືອງ​ເກືອງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຢິບ ເຂົ້າ​ຢ້ຽມ​ອຳ​ລາ

ປະ​ທານ​ປະ​ເທດ ເລືອງ​ເກືອງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຢິບ ເຂົ້າ​ຢ້ຽມ​ອຳ​ລາ

(VOVWORLD) - ຕອນບ່າຍວັນທີ 01 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ສ. ອີຢິບ Amal Abdel Kader Elmoris Salama ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດໄລຍະປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ  ພົບປະກັບທ່ານນາງເອກອັກຄະລັດຖະທູດ ອີຢິບ Amal Abdel Kader Elmorsi Salama

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຕອ້ງຍູ້ແຮງການພົບປະແລກປ່ຽນຄະນະ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີການຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ… ໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານປະທານປະເທດ ປາດຖະໜາວ່າ ທ່ານນາງເອກອັກຄະລັດຖະທູດ ອີຢິບ Amal Abdel Kader Elmorsi Salama ຈະປະກອບສ່ວນເປັນຂົວຕໍ່ຊຸກຍູ້ການພົວພັນຮ່ວມມື ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

        ສ່ວນທ່ານນາງເອກອັກຄະລັດຖະທູດ ອີຢິບ Amal Abdel Kader Elmoris Salama ຢັ້ງຢືນວ່າ ສອງຝ່າຍມີກຳລັງບົ່ມຊ້ອນຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ວິທະຍາສາດເຕັກນິກ… ໃນນັ້ນ, ອີຢິບ ແບ່ງປັນຫຼາຍເປົ້າໝາຍລວມກັບ ຫວຽດນາມ, ເຊັ່ນ: ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ປ່ຽນແປງໃໝ່ພື້ນຖານເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.