ຂ່າວເດັ່ນ

ປະ​ທານ​ປະ​ເທດເລືອງ​ເກື່ອງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ຕ່ຳ ຈໍ​ແດນ Mazen Turki El Qadi

ປະ​ທານ​ປະ​ເທດເລືອງ​ເກື່ອງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ຕ່ຳ ຈໍ​ແດນ Mazen Turki El Qadi

(VOVWORLD) - ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານສະພາຕ່ຳ ຈໍແດນ ໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການພົວພັນດ້ານການເມືອງ - ການຕ່າງປະເທດຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ.

ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານ Mazen Turki El ປະທານສະພາຕ່ຳ  ຈໍແດນ (ພາບ: VOV)

ຕອນບ່າຍວັນທີ 3 ກຸມພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານ Mazen Turki El Qadi ປະທານສະພາຕ່ຳ  ຈໍແດນ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 2 – 5 ກຸມພາ. ນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານສະພາຕ່ຳ ຈໍແດນ Mazen Turki El Qadi ໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການພົວພັນດ້ານການເມືອງ - ການຕ່າງປະເທດຜ່ານບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ ແລະ ພິຈາລະນາສ້າງບັນດາກົນໄກຮ່ວມມືໃໝ່. ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ຫັນບັນດາໂອກາດຮ່ວມມືເປັນລະອຽດ, ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດທີ່ເປັນທ່າແຮງຂອງບັນດາຝ່າຍ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ, ສາທາລະນະສຸກ, ການສຶກສາ, ພັດທະນາຂະແໜງ Halal ແລະ ການພົວພັນແລກປ່ຽນປະຊາຊົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.