ຂ່າວເດັ່ນ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​: ໃຫ້​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ພາ​ສີອາ​ກອນ, ລົບ​ລ້າງ​ຮົ້ວ​ກີດ​ຂວາງ​ເພື່ອ​ໃຫ້​ວິ​ສາ​ຫ​ະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​: ໃຫ້​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ພາ​ສີອາ​ກອນ, ລົບ​ລ້າງ​ຮົ້ວ​ກີດ​ຂວາງ​ເພື່ອ​ໃຫ້​ວິ​ສາ​ຫ​ະ​ກິດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຊັນປະກາດໃຊ້ມະຕິສະບັບເລກທີ 57 - NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ.

ການປຶກສາຫາລື (ພາບ: VOV5)

ຕອນບ່າຍວັນທີ 06 ພຶດສະພາ, ຢູ່ຮ່າໂນ້ຍ, ເມື່ອປຶກສາຫາລືຢູ່ຕາມໜ່ວຍ ກ່ຽວກັບຮ່າງກົດໝາຍວ່າດ້ວຍວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຊີ້ແຈ້ງວ່າ ພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດໃຫ້ບຸລິມະສິດພັດທະນາວິທະຍາສາດເຕັກໂນໂລຢີ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຊັນປະກາດໃຊ້ມະຕິສະບັບເລກທີ 57 - NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ທ່ານ ເຈິ່ນແທັງເໝິນ ຮຽກຮ້ອງໃຫ້ ກົດໝາຍທີ່ໄດ້ຮັບການປະກາດໃຊ້ຕ້ອງມີລັກສະນະບຸກທະລຸ, ມີປະສິດທິຜົນສູງ. ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ:

        “ອັດຕາລົງທຶນໃຫ້ແກ່ການຄົ້ນຄວ້າພັດທະນາຢູ່ ຫວຽດນາມ ແມ່ນ 0,44% GDP ນັ້ນແມ່ນຕົວເລກຕ່ຳສຸດສຳລັບບັນດາປະເທດໃນພາກພື້ນ. ກຳນົດຈະແຈ້ງນະໂຍບາຍໃຫ້ບຸລິມະສິດດ້ານພາສີອາກອນຢ່າງແຮງ. ສ້າງກົນໄກການເງິນທີ່ມີໄຫວພິບ, ເຮັດແນວໃດເພື່ອລົບລ້າງຮົ້ວກີດຂວາງເພື່ອໃຫ້ບັນດາວິສາຫະກິດລົງທຶນໃນຂົງເຂດວິທະຍາສາດເຕັກໂນໂລຢີພັດທະນາ. ກົດໝາຍຕ້ອງເຮັດແນວໃດເພື່ອເພີ່ມທະວີລະຫວ່າງການຄົ້ນຄວ້າ ແລະ ຕະຫຼາດ. ສົ່ງເສີມກົນໄກສັ່ງຊືິ້ສິນຄ້າວິສາຫະກິດ, ຮັບປະກັນໃຫ້ຫົວຂໍ້ວິທະຍາສາດມີລັກສະນະແທດເໝາະກັບສະພາບການຕົວຈິງ ແລະ ຕິດພັນກັບຄວາມຕ້ອງການຂອງຕະຫຼາດ”.

        ກໍໃນຕອນບ່າຍວັນທີ 6 ພຶດສະພາ, ສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ຕາມໜ່ວຍ ກ່ຽວກັບຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄຸນນະພາບຜະລິດຕະພັນ, ສິນຄ້າ ແລະ ຮ່າງກົດໝາຍວ່າດ້ວຍພະລັງງານປະລະມານູ (ສະບັບປັບປຸງ

This site is protected by reCAPTCHA and the Google Privacy Policy and Terms of Service apply.