ຂ່າວເດັ່ນ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ນະ​ຄອນ ເກີ່ນ​ເທີ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ນະ​ຄອນ ເກີ່ນ​ເທີ

(VOVWORLD) - ຕອນເຊົ້າວັນທີ 10 ຕຸລາ, ຢູ່ຕາແສງ ເຕິນຮວ່າ, ນະຄອນ ເກີ່ນເທີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກໍພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນ ເກີ່ນເທີ ພົບປະກັບຜູ້ມີສິດເລືອກຕັ້ງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການພົບປະຜູ້ມີສິດເລືອກຕັ້ງນະຄອນ ເກີ່ນເທີ (ພາບ: VOV)

ຕາງໜ້າໃຫ້ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກີ່ນເທີ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຊົມເຊີຍນະຄອນໄດ້ຈັດກອງປະຊຸມອົງຄະນະພັກຜູ້ແທນນະຄອນ ເກີ່ນເທີ ຄັ້ງທີ 1, ອາຍຸການ  2025 – 2030 ສຳເລັດ, ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າກ່ຽວກັບເສດຖະກິດ - ສັງຄົມ; ພ້ອມທັງສະເໜີໃຫ້ນະຄອນ ມານະພະຍາຍາມບັນລຸໄດ້ເປົ້າໝາຍທີ່ວາງອອກ, ມີມາດຕະການເພື່ອດຶງດູດວິສາຫະກິດໃຫຍ່ກ່ຽວກັບການລົງທຶນ, ພ້ອມດຽວກັນນັ້ນ, ທາງນະຄອນກໍມີແຜນການຜັນຂະຫຍາຍມະຕິສຳຄັນສະບັບຕ່າງໆຂອງກົມການເມືອງຢ່າງມີປະສິດທິພາບ, ປະສິດທິຜົນ; ໃນນັ້ນ ພິເສດເອົາໃຈໃສ່ເຖິງຂົງເຂດການສຶກສາ, ວິທະຍາສາດ, ສາທາລະນະສຸກ ເພື່ອເບິ່ງແຍງດູແລປະຊາຊົນ; ແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວໜຸ່ມ; ຍູ້ແຮງການໝູນໃຊ້ເຕັກໂນໂລຢີ, ຂໍ້ມູນຂ່າວສານ.

ເລຕວຽດ

This site is protected by reCAPTCHA and the Google Privacy Policy and Terms of Service apply.