ຂ່າວເດັ່ນ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດ

(VOVWORLD) - ຕອນເຊົ້າວັນທີ 31 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນ ໂນ້ຍບ່າຍ (ຮ່າໂນ້ຍ), ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໃນໂລກ ຄັ້ງທີ 6 ຢູ່ ສະວິດ; ດຳເນີນບັນດາການເຄື່ອນໄຫວສອງຝ່າຍຢູ່ ສະວິດ; ຢ້ຽມຢາມ ມາຣົກ ແລະ ເຊນາການ ຢ່າງເປັນທາງການແຕ່ວັນທີ 22 – 30 ກໍລະກົດ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ທ່ານປະທານສະພາຕ່ຳ ມາຣົກ  Rachid Talbi Alami  ໃນພິທີລົງນາມການຮ່ວມມື (ພາບ: VOV)

 

        ໃນການຢ້ຽມຢາມ ເຊເນການ ແລະ ມາຣົກ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ໄດ້ມີການພົບປະສອງຝ່າຍ, ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງແຕ່ລະປະເທດ; ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບນະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ເຊເນການ; ການໂອ້ລົມສົນທະນາກ່ຽວກັບນະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ມາຣົກ. ມີຂໍ້ຕົກລົງທັງໝົດ 08 ສະບັບ ໄດ້ຮັບການລົງນາມຢູ່ທັງສອງປະເທດ. ຢູ່ ສະວິດ, ທ່ານປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ “ສ້າງ ແລະ ເຄື່ອນໄຫວສູນການເງິນສາກົນ - ຂໍ້ສະເໜີແນະສຳລັບ ຫວຽດນາມ”.

        ໃນວາລະປະຊຸມຄົບຄະນະ ເຊິ່ງນອນໃນຂອບເຂດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໃນໂລກ ຄັ້ງທີ 6 ຢູ່ ສະວິດ, ທ່ານປະທານສະພາແຫ່ງຊາດ ເຈິ່ນທັງດໝິນ ກໍໄດ້ສົ່ງສານ “ຊຸກຍູ້ການຮ່ວມມື, ສາມັກຄີລັດຖະສະພາ ແລະ ລັດທິຫຼາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນທຸກຄົນໃນໂລກ”.  ທ່ານປະທານສະພາແຫ່ງຊາດ ກໍໄດ້ມີການພົບປະສອງຝ່າຍກັບບັນດາການນຳຂັ້ນສູງຂອງສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ ອີກດ້ວຍ.

ເລຕວຽດ

 

This site is protected by reCAPTCHA and the Google Privacy Policy and Terms of Service apply.