ຂ່າວເດັ່ນ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ຄອບ​ຄົວ​ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຫືວ​ທໍ້

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ຄອບ​ຄົວ​ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຫືວ​ທໍ້

(VOVWORLD) - ຕອນເຊົ້າວັນທີ 25 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄດ້ຖະຫວາຍທູບທຽນອາໄລຫາທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້ ເນື່ອງໃນໂອກາດບຸນປີໃໝ່ປີມະເມຍ 2026.

ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນຮັບຊົມບາງຮູບພາບຂອງຄອບຄົວທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້ (ພາບ: VOV)

ເມື່ອໂອ້ລົມກັບຄອວຄົວທ່ານອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ໄດ້ຫວນຄືນບັນດາຂີດໝາຍສຳຄັນໃນຊີວິດ ແລະ ພາລະກິດຂອງອະດີດປະທານສະພາແຫ່ງຊາດ ຫງວຽນຫືວທໍ້ (ປະທານສະພາແຫ່ງຊາດຊຸດທີ VII). ພ້ອມທັງແຈ້ງໃຫ້ຊາບກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ, ປີ 2026ແມ່ນ ປີບານພັບເພື່ອບູລະນະຖັນແຖວພະນັກງານ. ທ່ານປະທານສະພາແຫ່ງຊາດຢັ້ງຢືນວ່າ: “ຕາແສງເຂັ້ມແຂງ ນະຄອນຈຶ່ງເຂັ້ມແຂງ, ນະຄອນເຂັ້ມແຂງ ປະເທດຊາດຈຶ່ງເຂັ້ມແຂງ”. ເປົ້າໝາຍແກ່ນສານແມ່ນສ້າງຖັນແຖວພະນັກງານຮາກຖານທີ່ມີກຳລັງຄວາມສາມາດຢ່າງພຽງພໍ, ມີຄວາມໄວ້ວາງໃຈເພື່ອຕອບສະໜອງຄວາມຮຽກຮ້ອງຊີ້ນຳຈາກສູນກາງ ແລະ ນະຄອນ.

ທ່ານ ເຈິ່ນແທັງເໝິນ ແລະ ຄະນະການນຳຖ່າຍຮູບກັບຄອບຄົວ (ພາບ: VOV)

   ກໍໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ອະດີດການນຳພັກ, ລັດພວມດຳລົງຊີວິດຢູ່ນະຄອນ ໂຮ່ຈີມິນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.