ຂ່າວເດັ່ນ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຈະ​ເລີນ ເຢຍ​ປາວ​ເຮີ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຈະ​ເລີນ ເຢຍ​ປາວ​ເຮີ

(VOVWORLD) - ຕອນບ່າຍວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ  (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ສາຍພົວພັນລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ພວມພັດທະນາຢ່າງດີງາມ, ພ້ອມທັງຊົມເຊີຍສະພາແຫ່ງຊາດລາວທີ່ໄດ້ຈັດກອງປະຊຸມສະພາແຫ່ງຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໃນເດືອນ ທັນວາ 2023 ຢ່າງສຳເລັດຜົນ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ 3 ປະເທດ ແລະ ໃນພາກພື້ນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກເຖິງບັນດາການເຄື່ອນໄຫວແລກປ່ຽນບົດຮຽນ, ປະສົບການໃນວຽກງານນິຕິບັນຍັດ, ຕິດຕາມກວດກາລະຫວ່າງບັນດາອົງການວິຊາສະເພາະຂອງສະພາແຫ່ງຊາດ 2 ປະເທດໄດ້ຊຸກຍູ້, ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງ 2 ສະພາແຫ່ງຊາດ ເວົ້າສະເພາະ ແລະ 2 ປະເທດ ເວົ້າລວມ ເລິກເຊິ່ງຂຶ້ນຕື່ມ.

        ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ປາດຖະໜາວ່າ ຜ່ານການເຮັດວຽກຢູ່ ຫວຽດນາມ ຄັ້ງນີ້, ສະພາແຫ່ງຊາດ ລາວ ຈະມີບົດຮຽນເພີ່ມເຕີມໃນວຽກງານນິຕິບັນຍັດ, ກໍຄືການຮຽບຮຽງປະຫວັດສາດສະພາແຫ່ງຊາດ ລາວ ໃນຕະຫຼອດໄລຍະ 50 ປີຜ່ານມາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.