ຂ່າວເດັ່ນ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ມອບລາງວັນອັດ​ສະ​ລິ​​ຍະດິນ​ແດນ ຫວຽດ ​​ປີ 2025

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ມອບລາງວັນອັດ​ສະ​ລິ​​ຍະດິນ​ແດນ ຫວຽດ ​​ປີ 2025

(VOVWORLD) - ມີ 21 ລາງວັນໄດ້ມອບໃຫ້ບຸກຄົນ, ໝູ່ຄະນະໃນບັນດາຂົງເຂດ, ເຊັ່ນ: ເຕັກໂນໂລຢີດີຈີຕອນ, ແພດການຢາ, ໄວໜຸ່ມປະດິດຄິດສ້າງ, ສົ່ງເສີມການຮຽນ - ຮຽນດ້ວຍຕົນເອງ ແລະ ລາງວັນອຸທິສ່ວນ…

ພິທີມອບລາງວັນ (ພາບ: VOV)

ຕອນຄ່ຳວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ  ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີມອບລາງວັນອັດສະລິຍະດິນແດນ ຫວຽດ ປີ 2025. ມີ 21 ລາງວັນໄດ້ມອບໃຫ້ບຸກຄົນ, ໝູ່ຄະນະໃນບັນດາຂົງເຂດ, ເຊັ່ນ: ເຕັກໂນໂລຢີດີຈີຕອນ, ແພດການຢາ, ໄວໜຸ່ມປະດິດຄິດສ້າງ, ສົ່ງເສີມການຮຽນ - ຮຽນດ້ວຍຕົນເອງ ແລະ ລາງວັນອຸທິສ່ວນ… ພິເສດ, ຂົງເຂດເຕັກໂນໂລຢີດີຈີຕອນສືບຕໍ່ໄດ້ກຳນົດວ່າ ແມ່ນຫົວໃຈຂອງລາງວັນດັ່ງກ່າວ, ແມ່ນບ່ອນເຕົ້າໂຮມບັນດາມາດຕະການບຸກທະລຸ, ຮັບໃຊ້ພາລະກິດຫັນເປັນດີຈີຕອນແຫ່ງຊາດໂດຍກົງ.

ເມື່ອກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

“ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດການພັດທະນາປະເທດຊາດໄລຍະ 2021 – 2030 ແລະຮຽກຮ້ອງການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີຕ້ອງ “ສ້າງບາດກ້າວບຸກທະລຸໃນການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງກໍ່ສ້າງໂດຍພື້ນຖານ ແລະ ຮອບດ້ານ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ດຶງດູດ ແລະ ຖືການນຳໃຊ້ຜູ້ເກັ່ງກ້າເປັນສຳຄັນ. ຊຸກຍູ້ການຄົ້ນຄວ້າຖ່າຍທອດ ແລະ ໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນທຸກຂົງເຂດຂອງຊີວິດສັງຄົມຢ່າງແຮງ.” ນີ້ແມ່ນໜ້າທີ່ ເຊິ່ງສະມາຄົມສົ່ງເສີມການຮຽນ ຫວຽດນາມ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ຄະນະຈັດຕັ້ງລາງວັນ “ອັດສະລິຍະດິນແດນ ຫວຽດ” ຕ້ອງສືບຕໍ່ຍູ້ແຮງປະຕິບັດເພື່ອດຶງດູດໄດ້ນັກວິທະຍາສາດ, ຜູ້ເມົາມົວກັບການປະດິດຄິດສ້າງວິທະຍາສາດ, ເຕັກໂນໂລຢີເປັນຈຳນວນຫຼວງຫຼາຍ, ນຳມາເຊິ່ງບັນດາພູມປັນຍາໃໝ່, ເປັນເຈົ້າຂອງເຕັກໂນໂລຢີ ແລະ ປະດິດຄິດສ້າງບັນດາເຕັກໂນໂລຢີ”.


This site is protected by reCAPTCHA and the Google Privacy Policy and Terms of Service apply.