ຂ່າວເດັ່ນ

ປະ​ທານ​ສະ​ພາ​ສູງ ສ.ເຊັກ​ໂກ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທານ​ສະ​ພາ​ສູງ ສ.ເຊັກ​ໂກ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານປະທານສະພາສູງສະພາ ສ.ເຊັກໂກ Milos Výtrcil ໄດ້ເດີນທາງມາຮອດນະຄອນ ໂຮ່ຈີມິນ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 18 – 22 ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ.

 ທ່ານປະທານສະພາສູງສະພາ ສ.ເຊັກໂກ Milos Výtrcil (ພາບ: REUTERS/David W Cerny)

ຕອນບ່າຍວັນທີ 18 ພະຈິກ, ທ່ານປະທານສະພາສູງສະພາ ສ.ເຊັກໂກ Milos Výtrcil ໄດ້ເດີນທາງມາຮອດນະຄອນ ໂຮ່ຈີມິນ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ.

        ການຢ້ຽມຢາມດຳເນີນແຕ່ວັນທີ 18 – 22 ພະຈິກ, ຊຶ່ງໄດ້ຊີ້ໃຫ້ເຫັນເຖິງການຮ່ວມມືຜ່ານຊ່ອງທາງລັດຖະສະພາ ແມ່ນໜຶ່ງໃນບັນດາເສົາຄ່ຳສຳຄັນໃນການພົວພັນ ຫວຽດນາມ - ສ.ເຊັກໂກ; ພ້ອມທັງຢັ້ງຢືນຄວາມຕັດສິນໃຈຂອງທັງສອງປະເທດເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ນຳການພົວພັນ ຫວຽດນາມ - ເຊັກໂກ ພັດທະນາຂຶ້ນສູ່ລະດັບສູງໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.