ຂ່າວເດັ່ນ

ປະ​ທັບ​ໃຈ​ກັບ​ຄ່ຳ​ຄືນ​ສິ​ລະ​ປະ “ລະ​ດູ​ໃບ​ໄມ້ຫຼົ່ນ​ໃນ​ຄວາມຄິດ​ຮອດ”

ປະ​ທັບ​ໃຈ​ກັບ​ຄ່ຳ​ຄືນ​ສິ​ລະ​ປະ “ລະ​ດູ​ໃບ​ໄມ້ຫຼົ່ນ​ໃນ​ຄວາມຄິດ​ຮອດ”

(VOVWORLD) - ລາຍການ ແຟຊັນສິລະປະພິເສດ ທີ່ມີຊື່ວ່າ “ລະດູໃບໄມ້ຫຼົ່ນ ໃນຄວາມຄິດຮອດ” ຖືກຈັດຂຶ້ນຢູ່ ສ.ເຊັກໂກ ເພື່ອສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຄົບຮອບ 71 ປີ (10/10/1954 – 10/10/2025).

ລາຍການວາດພາບຄືນພາບການດຳລົງຊີວິດໃນສະໄໝກ່ອນ ແລະ ປັດຈຸບັນຂອງນະຄອນຫຼວງ ຮ່າໂນ້ຍ, ບັນດາຈຸດທີ່ເປັນເອກະລັກສະນເພາະຂອງນະຄອນ ຮ່າໂນ້ຍ ໃນສະໄໝປັດຈຸບັນ

ຕອນຄ່ຳວັນທີ 10 ຕຸລາ, ຢູ່ສູນການຄ້າ ຊາປາ, ນະຄອນ Praha, ສ. ເຊັກໂກ, ສະມາຄົມວັດທະນະທຳສິລະປະ ຫວຽດນາມ ຢູ່ ເຊັກໂກ ໄດ້ສົມທົບກັບນັກອອກແບບ ລານເຮືອງ ມາຈາກ ຫວຽດນາມ, ຈັດລາຍການ ແຟຊັນສິລະປະພິເສດ ທີ່ມີຊື່ວ່າ “ລະດູໃບໄມ້ຫຼົ່ນ ໃນຄວາມຄິດຮອດ” ເພື່ອສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຄົບຮອບ 71 ປີ (10/10/1954 – 10/10/2025).

ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດ ຫວຽດນາມ, ສະຫະສະມາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ, ສະຫະສະມາຄົມຊາວ ຫວຽດນາມ ຢູ່ ເອີຣົບ ພ້ອມດ້ວຍພໍ່ແມ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ. ເຊັກໂກ. ດ້ວຍຫົວຂໍ້ “ລະດູໃບໄມ້ຫຼົ່ນໃນຄວາມຄິດຮອດ, ລາຍການດັ່ງກ່າວບໍ່ພຽງແຕ່ວາດພາບຄືນພາບການດຳລົງຊີວິດໃນສະໄໝກ່ອນ ແລະ ປັດຈຸບັນຂອງນະຄອນຫຼວງ ຮ່າໂນ້ຍ, ບັນດາຈຸດທີ່ເປັນເອກະລັກສະນເພາະຂອງນະຄອນ ຮ່າໂນ້ຍ ໃນສະໄໝປັດຈຸບັນ, ການເຊື່ອມໂຍງ ແລະ ພັດທະນາເທົ່ານັ້ນ, ຫາກຍັງໄດ້ແນະນຳບັນດາລາຍການສະແດງສິລະປະ, ການເດີນແບບຊຸດເສື້ອຍາວ, ສິລະປະທີ່ເປັນເອກະລັກຊ່ວຍວາດພາບຄືນຊຸມວັນເດືອນປີປະຕິວັດທີ່ສະຫງ່າອົງອາດຂອງຊາດ.

ຍືຮວາ, ນັກຂ່າວ VOV ປະຈຳ ສ.ເຊັກໂກ

 


This site is protected by reCAPTCHA and the Google Privacy Policy and Terms of Service apply.