ຂ່າວເດັ່ນ

ປາ​ແລັດ​ສະ​ຕິນ ປະ​ກາດ​ແຜນ​ການ​ສ້າງ​ເຂດ ກ​າ​ຊາ ຄືນ​ໃໝ່

ປາ​ແລັດ​ສະ​ຕິນ ປະ​ກາດ​ແຜນ​ການ​ສ້າງ​ເຂດ ກ​າ​ຊາ ຄືນ​ໃໝ່

(VOVWORLD) - ທ່ານ Mustafa ໃຫ້ຮູ້ວ່າ ແຜນການ 5 ປີ ທີ່ໄດ້ຮັບການກໍ່ສ້າງຂຶ້ນນັ້ນ ລວມມີ 3 ໄລຍະ, ກວມເອົາ 18 ຂົງເຂດ ນັບແຕ່ເຮືອນຢູ່ອາໄສ, ການສຶກສາ ຕະຫຼອດຮອດການຄຸ້ມຄອງບໍລິຫານ.

ນະຄອນ ກາຊາ, ວັນທີ 16/10/2025 (ພາບ: REUTERS/Dawoud Abu Alkas)

65 ຕື້ USD ແມ່ນງົບປະມານທັງໝົດທີ່ຕ້ອງການເພື່ອສ້າງເຂດ ກາຊາຄືນໃໝ່. ນີ້ແມ່ນຕົວເລກທີ່ລະບຸໃນແຜນການໂດຍທ່ານ Mohammed Mustafa ນາຍົກລັດຖະມົນຕີ ອຳນາດການປົກຄອງ ປາແລັດຕິນ (PA) ໄດ້ຍົກອອກມາໃນການພົບປະກັບເຈົ້າໜ້າທີ່ ສປຊ ແລະ ວົງການທູຕານຸທູດຢູ່ Ramallah ໃນວັນທີ 16 ຕຸລາ.

        ທ່ານ Mustafa ໃຫ້ຮູ້ວ່າ ແຜນການ 5 ປີ ທີ່ໄດ້ຮັບການກໍ່ສ້າງຂຶ້ນນັ້ນ ລວມມີ 3 ໄລຍະ, ກວມເອົາ 18 ຂົງເຂດ ນັບແຕ່ເຮືອນຢູ່ອາໄສ, ການສຶກສາ ຕະຫຼອດຮອດການຄຸ້ມຄອງບໍລິຫານ. ຕາມນັ້ນແລ້ວ, ກາຊາ ຈະໄດ້ຮັບການກໍ່ສ້າງຄືນໃໝ່ໃຫ້ກາຍເປັນ “ເຂດດິນແດນເປີດກວ້າງ, ເຊື່ອມຕໍ່ ແລະ ວັດທະນາຖາວອນຂອງລັດ ປາແລັດຕິນ”. ແຜນການສ້າງເຂດຄືນໃໝ່ ມຸ່ງໄປເຖິງການເປີດທາງໃຫ້ແກ່ອຳນາດການປົກຄອງ ປາແລັດສະຕິນເອກະພາບ, ປັບປຸງຄວາມເປັນເອກະພາບດ້ານການເມືອງ ແລະ ດິນແດນລະຫວ່າງ ກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

        ນີ້ແມ່ນການກະທຳທີ່ໜ້າສົນໃຈ ເມື່ອ PA ເສຍບົດບາດຄຸ້ມຄອງເຂດ ກາຊາ ແຕ່ປີ 2007, ພາຍຫຼັງທີ່ຂະບວນການ ຮາມາດສ ຢຶດເອົາສິດຄວບຄຸມເຂດດິນແດນນີ້. ທ່ານ Mustafa ຢັ້ງຢືນວ່າ PA ຈະເຄື່ອນໄຫວູ່ຢູ່ເຂດ ກາຊາ ຄືນໃໝ່ ພາຍໃນເວລາ 12 ເດືອນຈະມາເຖິງ./.

This site is protected by reCAPTCHA and the Google Privacy Policy and Terms of Service apply.