ຂ່າວເດັ່ນ

ປາ​ກິດ​ສະ​ຖານ​ປິດ​ປະ​ຕູ​ດ່ານ​ຊາຍ​ແດນ​ກັບ ອາບ​ກາ​ນິດ​ສ​ະ​ຖານ ຕັດ​ສິນ​ໃຈ​ປົກປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ

ປາ​ກິດ​ສະ​ຖານ​ປິດ​ປະ​ຕູ​ດ່ານ​ຊາຍ​ແດນ​ກັບ ອາບ​ກາ​ນິດ​ສ​ະ​ຖານ ຕັດ​ສິນ​ໃຈ​ປົກປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ

(VOVWORLD) - ການກະທຳຂອງ ປາກິດສະຖານ ໄດ້ຍົກອອກມາ ພາຍຫຼັງກອງທັບ ອາບການິດສະຖານ ຍິງປຶນເລັ່ງໃສ່ບັນດາປ້ອມປ້ອງກັນຊາຍແດນຂອງ ປາກິດສະຖານໃນຄ່ຳຄືນວັນທີ 11 ຕຸລາ.

ວັນທີ 12 ຕຸລາ, ປາກິດສະຖານ ໄດ້ປະກາດປິດທຸກດ່ານຊາຍແດນ ກັບປະເທດ ອາບການິດສະຖານ, ພາຍຫຼັງການປະທະກັນຂ້າມເຂດຊາຍແດນທີ່ເກີດຂຶ້ນໃນວັນທີ 11 ຕຸລາ. ປັດຈຸບັນ ອຳນາດການປົກຄອງ ຕາລີບານ ຢູ່ ອາບການິດສະຖານ ຍັງບໍ່ທັນຍົກອອກຄຳເຫັນກ່ຽວກັບເລື່ອງນີ້. ສອງປະເທດມີເສັ້ນຊາຍແດນຍາວ 2.600 ກີໂລແມັດ. ການກະທຳຂອງ ປາກິດສະຖານ ໄດ້ຍົກອອກມາ ພາຍຫຼັງກອງທັບ ອາບການິດສະຖານ ຍິງປຶນເລັ່ງໃສ່ບັນດາປ້ອມປ້ອງກັນຊາຍແດນຂອງ ປາກິດສະຖານໃນຄ່ຳຄືນວັນທີ 11 ຕຸລາ, ອາບການິດສະຖານ ປະກາດໄດ້ດັດສູນນັກຮົບ ປາກິດສະຖານ 58 ຄົນ ແຕ່ບໍ່ໃຫ້ຮູ້ລາຍລະອຽດກ່ຽວກັບເລື່ອງ ເຮັດແນວໃດເຂົາເຈົ້າຮູ້ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.