ຂ່າວເດັ່ນ

ປາກິດສະຖານ ຮຽກຮ້ອງໃຫ້ສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສະພາບຄວາມເຄັ່ງຕຶງກັບ ອິນເດຍ

ປາກິດສະຖານ ຮຽກຮ້ອງໃຫ້ສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສະພາບຄວາມເຄັ່ງຕຶງກັບ ອິນເດຍ

(VOVWORLD) - ພາຍຫຼັງກອງປະຊຸມສຳຄັນດັ່ງກ່າວ, ທ່ານເອກອັກຄະລັດຖະທູດຜູ້ປະຈຳການຂອງ ປາກິດສະຖານ ຢູ່ສະຫະປະຊາຊາດ Asim Iftikhar Ahmad ຈະມີການພົບປະກັບວົງການສື່ມວນຊົນເພື່ອສະໜອງຂໍ້ມູນລະອຽດກ່ຽວກັບສະພາບການ

ກຳລັງປ້ອງກັນຄວາມສະຫງົບ ອິນເດຍ ຢູ່ເທດສະບານ Pahalgam
(ພາບປະກອບ: ANI/TTXVN)

        ໃນສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນກັບ ອິນເດຍ, ວັນທີ 04 ພຶດສະພາ, ປາກິດສະຖານ ໄດ້ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮຽກໂຮມກອງປະຊຸມລັບຢ່າງຮີບດ່ວນເປັນທາງການ ເພື່ອປຶກສາຫາລື “ສະພາບແວດລ້ອມຂອງພາກພື້ນພວມຮ້າຍແຮງຂຶ້ນຢ່າງວ່ອງໄວ” ແລະ “ຄວາມສ່ຽງທີ່ອາດຈະເພີ່ມຂຶ້ນຢ່າງຮ້າຍແຮງຢູ່ເຂດ Jammu ແລະ  Kashmir, ນາບຂູ່ເຖິງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ກໍຄືທົ່ວໂລກ”.

        ຕາມແຈ້ງການຈາກຄະນະຜູ້ຕາງໜ້າປະຈຳຂອງ ເກຼັກ, ພາຍຫຼັງກອງປະຊຸມສຳຄັນດັ່ງກ່າວ, ທ່ານເອກອັກຄະລັດຖະທູດຜູ້ປະຈຳການຂອງ ປາກິດສະຖານ ຢູ່ສະຫະປະຊາຊາດ Asim Iftikhar Ahmad ຈະມີການພົບປະກັບວົງການສື່ມວນຊົນເພື່ອສະໜອງຂໍ້ມູນລະອຽດກ່ຽວກັບສະພາບການ, ກໍຄືບັນດາການຜັນແປຫຼ້າສຸດ. ຄຳຮຽກຮ້ອງໂຮມກອງປະຊຸມດ່ວນຂອງ ປາກິດສະຖານ ໄດ້ຍົກອອກມາໃນສະພາບທີ່ເຂດ Kashmir, ເຂດແດນເກີດການຂັດແຍ້ງກັນທີ່ຍາວນານລະຫວ່າງ ອິນເດຍ ແລະ ປາກິດສະຖານ ພວມຜ່ານຜ່າຊຸມມື້ທີ່ຂາດສະຖຽນລະພາບ ແລະ ເກີດການໃຊ້ຄວາມຮຸນແຮງໃນວັນທີ 22 ເມສາ ຢູ່ເທດສະບານເມືອງ Pahalgam, ຂຶ້ນກັບລັດ Jammu ແລະ Kashmir, ບໍລິເວນດິນທີ່ ອິນເດຍ ຄວບຄຸມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.