ຂ່າວເດັ່ນ

ປະກາດ “ຮູບແບບເສດຖະກິດພາກເອກະຊົນຮອບດ້ານຂອງ ຫວຽດນາມ”

ປະກາດ “ຮູບແບບເສດຖະກິດພາກເອກະຊົນຮອບດ້ານຂອງ ຫວຽດນາມ”

(VOVWORLD) - ຮູບແບບດັ່ງກ່າວແມ່ນໜຶ່ງໃນ 4 ໜ້າທີ່ເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ມອບໃຫ້ຄະນະ 4 ທີ່ການເຮັດວຽກໃນກາງເດືອນ ສິງຫາ ຜ່ານມາ.

ຜູ້ແທນເຂົ້າຮ່ວມພິທີປະກາດ
(ພາບ: VGP)

        ຕອນເຊົ້າວັນທີ 11 ກັນຍາ, ຄະນະຄົ້ນຄວ້າການພັດທະນາເສດຖະກິດພາກເອກະຊົນ (ຄະນະ 4, ສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ) ໄດ້ຈັດພິທີປະກາດ “ຮູບແບບເສດຖະກິດພາກເອກະຊົນຮອບດ້ານຂອງ ຫວຽດນາມ”.

        ຮູບແບບດັ່ງກ່າວແມ່ນໜຶ່ງໃນ 4 ໜ້າທີ່ເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ມອບໃຫ້ຄະນະ 4 ທີ່ການເຮັດວຽກໃນກາງເດືອນ ສິງຫາ ຜ່ານມາ.

        ຕາມທ່ານ ເຈືອງຢາບິ່ງ, ຫົວໜ້າຄະນະ 4, ສະມາຊິກສະພາບໍລິຫານ ຮູບແບບເສດຖະກິດພາກເອກະຊົນຮອບດ້ານຂອງ ຫວຽດນາມ, ປະທານສະພາບໍລະຫານກຸ່ມບໍລິສັດ FPT ແລ້ວ, ຮູບແບບນີ້ຈະຊຸກຍູ້ກົນໄກພ້ອມກັນເຮັດ, ພ້ອມກັນແບ່ງປັນໜ້າທີ່ຄວາມຮັບຜິດຊອບລະຫວ່າງພາກເອກະຊົນ ແລະ ບັນດາອົງການຂອງລັດ ໃນການພັດທະນາເສດຖະກິດ, ປະເທດຊາດ ແລະ ກໍ່ແມ່ນບ່ອນເຕົ້າໂຮມພູມປັນຍາ, ມາດຕະການແກ້ໄຂໃຫຍ່ຂອງປະຊາຄົມເສດຖະກິດພາກເອກະຊົນແຕ່ໃຫຍ່ຫານ້ອຍ, ປະກອບສ່ວນຫັນການປະຕິບັດເປົ້າໝາຍພັດທະນາເສດຖະກິດພາກເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.