ຂ່າວເດັ່ນ

Pakistan ປຸກ​ລະ​ດົມ​ບັ້ນ​ຮົບ​ການ​ທະ​ຫານ​ໂຕ້​ຕອບ​ອິນ​ເດຍ; ປິດ​​​ສາຍ​ການ​ບິນ​ທັງ​ໝົດ

Pakistan ປຸກ​ລະ​ດົມ​ບັ້ນ​ຮົບ​ການ​ທະ​ຫານ​ໂຕ້​ຕອບ​ອິນ​ເດຍ; ປິດ​​​ສາຍ​ການ​ບິນ​ທັງ​ໝົດ

(VOVWORLD) - ສຳນັກຂ່າວສານ NDTV ຂອງ ອິນເດຍ ໄດ້ໃຫ້ຂ່າວວ່າ ປະຈຸບັນ Pakistan ໄດ້ປິດສາຍການບິນທັງໝົດ.

      ວັນທີ 10 ພຶດສະພາ, ສຳນັກຂ່າວສານ ຊີນຮົວ ໄດ້ຄັດສະເໜີບັນດາແຫຼ່ງຂ່າວໂດຍໃຫ້ຮູ້ວ່າ: Pakistan ປຸກລະດົມບັ້ນຮົບການທະຫານທີ່ມີຂອບຂະໜາດໃຫ່ຍທີ່ໃສ່ຊື່ວ່າ Bunnyanun Mar SOOS ເພື່ອ ໂຕ້ຕອບອິນເດຍ ຊື່ງໄດ້ເລັ່ງໃສ່ຫຼາຍເປົ້າໝາຍໃນທົ່ວປະເທດ ອິນເດຍ.

     ໃນຂະນະນັ້ນ, ສຳນັກຂ່າວສານ NDTV ຂອງ ອິນເດຍ ໄດ້ໃຫ້ຂ່າວວ່າ ປະຈຸບັນ Pakistan ໄດ້ປິດສາຍການບິນທັງໝົດ.

     ໃນວັນດຽວກັນ,  ທ່ານ Ahmed Sharif Chaudhry, ໂຄສົກກອງທັບ Pakistan, ໃຫ້ຮູ້ວ່າ ອິນເດຍ ໄດ້ຍິງລູກສອນໄຟທາງອາກາດໜ້າດິນເຂົ້າ 3 ຖານທີ່ໝັ້ນກອງທັບອາກາດ Pakistan.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.