ຂ່າວເດັ່ນ

ປະຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ອິນ​ໂດ​ເນ​ເຊຍ ແບ່ງ​ເບົາ​ຄວາມ​ຫຍຸ້ງ​ຍາກ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ເຂດ​ຖືກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ປະຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ອິນ​ໂດ​ເນ​ເຊຍ ແບ່ງ​ເບົາ​ຄວາມ​ຫຍຸ້ງ​ຍາກ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ເຂດ​ຖືກ​ໄພ​ພິ​ບັດ​ທຳ​ມະ​ຊາດ

(VOVWORLD) - ຄະນະຜູ້ຕາງໜ້າ ຫວຽດນາມ ພວມເຮັດວຽກຢູ່ສູນປະສານງານ ອາຊຽນ ກ່ຽວກັບການຊ່ວຍເຫຼືອມະນຸດສະທຳໃນໄພພິບັດທຳມະຊາດເພື່ອຊອກຮູ້ຄວາມສາມາດລະດົມ ແລະ ໜູນຊ່ວຍໃຫ້ແກ່ບັນດາທ້ອງຖິ່ນທີ່ຖືກຜົນເສຍຫາຍຍ້ອນພາຍຸນ້ຳຖ້ວມ.

ພິທີປຸກລະດົມການຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ ແລະ ໄຕງວຽນທີ່ຖືກຜົນກະທົບຈາກນຳຖ້ວມ (ພາບ:VOV)

  ໂດຍຕອບສະໜອງຄຳຮຽກຮ້ອງຕ້ອງການຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການແຫ່ງລັດ ກ່ຽວກັບ ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ຂຶ້ນກັບກະຊວງການຕ່າງປະເທດ ຫວຽດນາມ, ວັນທີ 02 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະມາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດພິທີປຸກລະດົມບັ້ນຊ່ວຍເຫຼືອພໍ່ແມ່ພີ່ນ້ອງເຂດພາກກາງ ແລະ ໄຕງວຽນ ທີ່ຖືກຜົນກະທົບຢ່າງໜັກໜ່ວງຍ້ອນໄພພິບັດທຳມະຊາດຝົນຕົກນ້ຳຖ້ວມ. ພະນັກງານສະຖານທູດ, ຄະນະຜູ້ຕາງໜ້າ, ບັນດາອົງການອ້ອມຂ້າງສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອິນໂດເນເຊຍ ຈຳນວນຫຼາຍ ໄດ້ຕັ້ງໜ້າຕອບສະໜອງລາຍການດັ່ງກ່າວ.

        ໃນພິທີປຸກລະດົມ, ທ່ານ ເອກອັກຄະລັດຖະທູດ ນາງ ໂຕນທິງອກເຮືອງ ຜູ້ຕາງໜ້າຄະນະ ຫວຽດນາມ ປະຈຳ ອາຊຽນ ຢັ້ງຢືນວ່າ ຄະນະຜູ້ຕາງໜ້າ ຫວຽດນາມ ພວມເຮັດວຽກຢູ່ສູນປະສານງານ ອາຊຽນ ກ່ຽວກັບການຊ່ວຍເຫຼືອມະນຸດສະທຳໃນໄພພິບັດທຳມະຊາດເພື່ອຊອກຮູ້ຄວາມສາມາດລະດົມ ແລະ ໜູນຊ່ວຍໃຫ້ແກ່ບັນດາທ້ອງຖິ່ນທີ່ຖືກຜົນເສຍຫາຍຍ້ອນພາຍຸນ້ຳຖ້ວມ.



This site is protected by reCAPTCHA and the Google Privacy Policy and Terms of Service apply.