ຂ່າວເດັ່ນ

ປະທານ​ປະ​ເທດ​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ວັນ​ຊາດ ຊຸ​ແອດ

ປະທານ​ປະ​ເທດ​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ວັນ​ຊາດ ຊຸ​ແອດ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານປະທານສະພາແຫ່ງຊາດ Andreas Norlen.

    ເນື່ອງໃນໂອກາດວັນຊາດລາຊະອານາຈັກ ຊູແອດ (ຄືວັນທີ 6 ມິຖຸນາ) ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສົ່ງໂທລະເລກຊົມເຊີຍມາຍັງເຈົ້າຊີວິດ Carl XVI Gustaf, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານນາຍົກລັດຖະມົນຕີ Ulf Kristersson, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານປະທານສະພາແຫ່ງຊາດ Andreas Norlen.

      ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກໍ່ໄດ້ສົ່ງໂທລະເລກຊົມເຊີຍມາຍັງທ່ານ ລັດຖະມົນຕີການຕ່າງປະເທດ Maria Malmer Stenergard ເຊັ່ນດຽວກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.