ຂ່າວເດັ່ນ

ປະທານາທິບໍດີ ອາເມລິກາ ມີການໄປປະຕິບັດງານຕ່າງປະເທດຄັ້ງທຳອິດຂອງອາຍຸການ ຢູ່ ຕາເວັນອອກກາງ

ປະທານາທິບໍດີ ອາເມລິກາ ມີການໄປປະຕິບັດງານຕ່າງປະເທດຄັ້ງທຳອິດຂອງອາຍຸການ ຢູ່ ຕາເວັນອອກກາງ

(VOVWORLD) - ວັນທີ 12 ພຶດສະພາ, ປະທານາທິບໍດີ ອາເມລິກາ ໄດ້ເດີນທາງໄປຍັງ ຕາເວັນອອກກາງ ເພື່ອຢ້ຽມຢາມ ອາຣັບບີ ຊາອະດິ, ກາຕາ ແລະ ສະຫະລັດ ອາຣັບ ເອມີເລດ (UAE).

ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP)

 ນີ້ແມ່ນການໄປປະຕິບັດງານຕ່າງປະເທດຄັ້ງທຳອິດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ພາຍຫລັງຮັບດຳລົງຕຳແຫນ່ງໃນເດືອນມັງກອນປີນີ້. ການຢ້ຽມຢາມແມ່ນດຳເນີນແຕ່ວັນທີ 13 – 16 ພຶດສະພາ ແລະ ຄາດວ່າ ຈະສຸມໃສ່ບັນດາຂໍ້ຕົກລົງທຸລະກິດ ແລະ ບັນດາບ້ວງເງິນລົງທຶນໃຫມ່ເຂົ້າ ອາເມລິກາ ຈາກພາກພື້ນທີ່ມີຄວາມຮັ່ງມີດ້ານນ້ຳມັນບໍ່ນີ້.

ຄາດວ່າ ໃນການຢ້ຽມຢາມຄັ້ງນີ້ຂອງທ່ານ Donald Trump ຈະລວມມີບັນດາເນື້ອໃນຄື: ການເຈລະຈາກ່ຽວກັບການຢຸດຍິງຢູ່ ເຂດ ກາຊາ, ບັນຫາການຄ້າ, ນ້ຳມັນບໍ່, ຂໍ້ຕົກລົງການລົງທຶນ, ແລະ ຄວາມສາມາດບົ່ມຊ້ອນພັດທະນາບັນດານະໂຍບາຍໃຫມ່ຂອງ ອາເມລິກາໃນຂົງເຂດການສົ່ງອອກເຄິ່ງຊັກນຳໄຟຟ້າທີ່ກ້າວຫນ້າ ແລະ ໂຄງການນິວເຄຼຍ.

ຟ້າມຮວນ ນັກຂ່າວ VOV ປະຈຳ ອາເມລິກາ

 

 

 

 

 

 

 

 

 

 

This site is protected by reCAPTCHA and the Google Privacy Policy and Terms of Service apply.