ຂ່າວເດັ່ນ

ປະທານາທິບໍດີ ອິຢິບ ແລະ ຕວັກກີ ໄດ້ຮັບການເຊີນເຂົ້າຮ່ວມສະພາສັນຕິພາບສຳລັບ ກາຊາ

ປະທານາທິບໍດີ ອິຢິບ ແລະ ຕວັກກີ ໄດ້ຮັບການເຊີນເຂົ້າຮ່ວມສະພາສັນຕິພາບສຳລັບ ກາຊາ

(VOVWORLD) - ລັດຖະມົນຕີການຕ່າງປະເທດ ອີຢິບ ແຈ້ງໃຫ້ຊາບວ່າ ປະເທດນີ້ພວມພິຈາລະນາຄຳເຊີນເຂົ້າຮ່ວມສະພາສັນຕິພາບ ກາຊາ

ທ່ານ Donald Trump, ປະທານາທິບໍດີ ອາເມລິກາ
(ພາບ: REUTERS)

ວັນທີ 17 ມັງກອນ, ສື່ມວນຊົນ ອີຢິບ ແລະ ຕວັກກີ ຢັ້ງຢືນວ່າ ການນຳ 2 ປະເທດນີ້ໄດ້ຮັບຄຳເຊີນຈາກທ່ານ Donald Trump, ປະທານາທິບໍດີ ອາເມລິກາ ເຂົ້າຮ່ວມສະພາສັນຕິພາບ ກາຊາ, ກົນໄກຕິດຕາມກວດກາວຽກງານບໍລິຫານເຂດ ກາຊາ ໄລຍະຫຼັງການປະທະກັນ ແລະ ສ້າງສາຄືນໃໝ່.

ວັນທີ 17 ມັງກອນ, ທ່ານ Badr Abdelatty, ລັດຖະມົນຕີການຕ່າງປະເທດ ອີຢິບ ແຈ້ງໃຫ້ຊາບວ່າ ປະເທດນີ້ພວມພິຈາລະນາຄຳເຊີນເຂົ້າຮ່ວມສະພາສັນຕິພາບ ກາຊາ ທີ່ທ່ານປະທານາທິບໍດີ Donald Trump ຫາກໍ່ສົ່ງຈົດໝາຍເຖິງທ່ານ Abdel Fattah el-Sisi, ປະທານາທິບໍດີ ອີຢິບ. ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ເຜີຍຈຸດເວລາປະເທດນີ້ຈະໃຫ້ຄຳຕອບຕໍ່ກັບຂໍ້ສະເໜີຂອງປະທານາທິບໍດີ ອາເມລິກາ.

ໃນວັນດຽວກັນ, ສື່ມວນຊົນແຫ່ງລັດ ຕວັກກີ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ໄດ້ເຊີນທ່ານ Recep Tayyip Erdogan, ປະທານາທິບໍດີ ຕວັກກີ ເຂົ້າຮ່ວມສະພາສັນຕິພາບ ກາຊາ ດ້ວຍຖານະເປັນສະມາຂິກຜູ້ສ້າງຕັ້ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.