ຂ່າວເດັ່ນ

ປະທານາທິບໍດີ ລັດເຊຍ ຈະພົບປະກັບທູດພິເສດຂອງ ອາເມລິກາ ປຶກສາຫາລືກ່ຽວກັບການປະທະກັນ ລັດເຊຍ - ຢູແກຼນ

ປະທານາທິບໍດີ ລັດເຊຍ ຈະພົບປະກັບທູດພິເສດຂອງ ອາເມລິກາ ປຶກສາຫາລືກ່ຽວກັບການປະທະກັນ ລັດເຊຍ - ຢູແກຼນ

(VOVWORLD) - ຂໍ້ມູນດັ່ງກ່າວໂດຍທ່ານປະທານາທິບໍດີ ລັດເຊຍ ຍົກອອກມາໃນກອງປະຊຸມສະພາຄວາມໝັ້ນຄົງ ລັດເຊຍ.

        ວັນທີ 21 ມັງກອນ, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ທ່ານຈະພົບປະກັບບັນດາທູດພິເສດ ອາເມລິກາ, ແມ່ນທ່ານ Steve Witkoff ແລະ ທ່ານ Jared Kushner ໃນວັນທີ 23 ມັງກອນ ເພື່ອຊຸກຍູ້ການຊອກຫາມາດຕະການໃຫ້ແກ່ການປະທະກັນ ລັດເຊຍ - ຢູແກຼນ ທີ່ແກ່ຍາວເປັນເວລາ 4 ປີແລ້ວ. ຂໍ້ມູນດັ່ງກ່າວໂດຍທ່ານປະທານາທິບໍດີ ລັດເຊຍ ຍົກອອກມາໃນກອງປະຊຸມສະພາຄວາມໝັ້ນຄົງ ລັດເຊຍ. ໜຶ່ງໃນບັນດາເນື້ອໃນສຳຄັນທີ່ຄາດວ່າຈະໄດ້ປຶກສາຫາລືກັບທູດພິເສດ ອາເມລິກາ ແມ່ນການນຳໃຊ້ຊັບສິນທີ່ຖືກອາຍັດຂອງ ລັດເຊຍ ເພື່ອສ້າງບັນດາເຂດທີ່ຖືກຜົນສະທ້ອນຈາກການປະທະກັນຄືນໃໝ່.

        ກ່ຽວຂ້ອງເຖິງເລື່ອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ເຊີນ ລັດເຊຍ ເຂົ້າຮ່ວມສະພາສັນຕິພາບ ກາຊາ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ກະຊວງການຕ່າງປະເທດ ລັດເຊຍ ຈະຄົ້ນຄວ້າ ແລະ ຈະມີຄຳຕອບໃນຈຸດເວລາທີ່ເໝາະສົມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.