ຂ່າວເດັ່ນ

ປະທານນາທິບໍດີ ໂປໂລຍ ຮັບຮອງເອົາການຜັນຂະຫຍາຍກຳລັງ ນາໂຕ ໃນແດນຂອງຕົນ

ປະທານນາທິບໍດີ ໂປໂລຍ ຮັບຮອງເອົາການຜັນຂະຫຍາຍກຳລັງ ນາໂຕ ໃນແດນຂອງຕົນ

(VOVWORLD) - ເຖິງຢ່າງໃດກໍ່ຕາມ, ລາຍລະອຽດກ່ຽວກັບມະຕິດັ່ງກ່າວຈະບໍ່ໄດ້ຮັບການປະກາດ.

ສຳນັກງານອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ປະຈຳ ບຣຸກແຊນ
(ພາບ: THX/TTXVN)

ວັນທີ 14 ກັນຍາ, ອົງການຄວາມໝັ້ນຄົງແຫ່ງຊາດ ໂປໂລຍ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີປະເທດນີ້ Karol Nawrocki ໄດ້ເຊັນມະຕິອະນຸຍາດໃຫ້ທະຫານຂອງອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ຕັ້ງທັບຢູ່ປະເທດນີ້ ຄືດັ່ງສ່ວນໜຶ່ງໃນຂອບເຂດການເຄື່ອນໄຫວດ້ານການທະຫານຂອງ ນາໂຕ ໂດຍມີຊື່ວ່າ Eastern Sentry. ເຖິງຢ່າງໃດກໍ່ຕາມ, ລາຍລະອຽດກ່ຽວກັບມະຕິດັ່ງກ່າວຈະບໍ່ໄດ້ຮັບການປະກາດ.

ກ່ອນໜ້ານັ້ນ, ວັນທີ 12 ກັນຍາ, ທ່ານເລຂາທິການໃຫຍ່ ນາໂຕ Mark Rutte ໄດ້ແຈ້ງໃຫ້ຊາບວ່າ ສຳພັນທະມິດນີ້ໄດ້ຜັນຂະຫຍາຍການເຄື່ອນໄຫວດ້ານການທະຫານ Eastern Sentry ເພື່ອແນໃສ່ປັບປຸງເຂດທາງທິດຕາເວັນອອກ ນາໂຕ, ພາຍຫຼັງເກີດເຫດມີເຄື່ອງບິນບໍ່ມີຄົນຂັບ (UAV) ຫຼາຍເຄື່ອງລ່ວງລ້ຳເຂົ້າລະເມີດເຂດນ່ານຟ້າຂອງ ໂປໂລຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.