ຂ່າວເດັ່ນ

ປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ວິຖຸຍ ນະຄອນ ເກີນເທີ

ປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ວິຖຸຍ ນະຄອນ ເກີນເທີ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເນັ້ນໜັກ ເລື່ອງສັບຊ້ອນບັນດາຫົວໜ່ວຍປົກຄອງຂັ້ນແຂວງ ແລະ ຕາແສງ ແມ່ນແຜນນະໂຍບາຍໃັຫຍ່ມີລັກສະນະປະຫວັດສາດ ເພື່ອແນໃສ່ປັບປຸງກົງຈັກໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ແທດຈິງ, ໃກ້ຊິດຕິດແທດກັບປະຊາຊົນ

ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ແລະຄະນະ ສສຊ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ວິຖຸຍ ນະຄອນ ເກີນເທີ 

    ຕອນບ່າຍວັນທີ 1 ກໍລະກົດນີ້, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ແລະຄະນະ ສສຊ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ວິຖຸຍ ນະຄອນ ເກີນເທີ ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດຊຸດທີ 15.

         ກ່າວຄຳເຫັນທີ່ນີ້, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກ ເລື່ອງສັບຊ້ອນບັນດາຫົວໜ່ວຍປົກຄອງຂັ້ນແຂວງ ແລະ ຕາແສງ ແມ່ນແຜນນະໂຍບາຍໃັຫຍ່ມີລັກສະນະປະຫວັດສາດ ເພື່ອແນໃສ່ປັບປຸງກົງຈັກໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ແທດຈິງ, ໃກ້ຊິດຕິດແທດກັບປະຊາຊົນ, ແກ້ໄຂບັນດາລະບຽບການບໍລິຫານຂອງປະຊາຊົນ ແລະ ວິສາຫະກິດໂດຍໄວ.
     ແລະກໍໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ລົງກວດກາສູນການບໍລິການປົກຄອງສາທາລະນະຂອງຕາແສງ ວິຖຸຍ ໃນການເຄື່ອນໄັວມື້ທຳອິດ

This site is protected by reCAPTCHA and the Google Privacy Policy and Terms of Service apply.