ຂ່າວເດັ່ນ

ປັບ​ປຸງ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ສີ​ລັງ​ກາ

ປັບ​ປຸງ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ສີ​ລັງ​ກາ

(VOVWORLD) - ໂດຍສືບຕໍ່ການຢ້ຽມຢາມສີລັງກາຢ່າງເປັນທາງການ, ວັນທີ 21 ມີນາ, ຢູ່ນະຄອນຫຼວງ Colombo, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ໄດ້ມີການຕ້ອນຮັບທ່ານເລຂາທິການໃຫຍ່ ພັກກອມມູນິດ ສີລັງກາ Weerasinghe Geeganage.

 ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ເຮັດວຽກກັບ ທ່ານເລຂາທິການໃຫຍ່ ພັກກອມມູນິດ ສີລັງກາ Weerasinghe Geeganage (ພາບ: VOV)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ສະເໜີຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງພັກໃຫ້ຫຼາຍກ່ວາອີກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ການພັດທະນາການພົວພັນສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດ ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບ ສີລັງກາ ກ່ຽວກັບບົດຮຽນປະສົບການໃນການຄຸ້ມຄອງ, ສ້າງສາ ແລະ ພັດທະນາປະເທດຊາດ ແລະ ຮັບເອົາບັນດາຄຳເຫັນຂອງພັກກອມມູນິດ ສີລັງກາ ກ່ຽວກັບການໜູນຊ່ວຍບຳລຸງສ້າງໃຫ້ແກ່ພະນັກງານຂອງພັກ, ໃຫ້ຮູ້ວ່າ ຈະແລກປ່ຽນກັບບັນດາອົງການທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍ.

ສ່ວນທ່ານ Weerasinghe Geeganage ໄດ້ເນັ້ນໜັກວ່າ ຜົນສຳເລັດຂອງ ຫວຽດນາມ ຍາມໃດກໍ່ເປັນແບບຢ່າງ ແລະ ແຫຼ່ງບັນດານໃຈທີ່ຍິ່ງໃຫຍ່ສຳລັບພັກກອມມູນິດ ແລະ ກຳມະກອນຜູ້ອອກແຮງງານໃນໂລກ. ທ່ານເລຂາທິການໃຫຍ່ Weerasinghe Geeganage ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງພັກໃຫ້ຫຼາຍກວ່າອີກ, ປະກອບສ່ວນເຂົ້າໃນການນຳການພົວພັນລະຫວ່າງ ຫວຽດນາມ ແລະ ສີລັງກາ ຂຶ້ນສູ່ລະດັບສູງໃໝ່, ທ່ານສະເໜີໃນໄລຍະຈະມາເຖິງ ສອງພັກຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນປະສົບການກ່ຽວກັບແນວທາງ, ນະໂຍບາຍໃນການກໍ່ສ້າງພັກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.