ຂ່າວເດັ່ນ

ພະ​ຍຸ​ຄັ້ງ​ໃຫ່​ຍ Fung-wong ​ຢູ່ ຟິ​ລິບ​ປິນ, ປ​ຊ​ຊ 100.000 ຄົນ​ຕ້ອງ​ຍົກ​ຍ້າຍ​ໄປ​ບ່ອນ​ປອດ​ໄພ

ພະ​ຍຸ​ຄັ້ງ​ໃຫ່​ຍ Fung-wong ​ຢູ່ ຟິ​ລິບ​ປິນ, ປ​ຊ​ຊ 100.000 ຄົນ​ຕ້ອງ​ຍົກ​ຍ້າຍ​ໄປ​ບ່ອນ​ປອດ​ໄພ

(VOVWORLD) - ຟີລິບປິນ ໄດ້ຮີບເຮັ່ງຍົກຍ້າຍ ປຊຊ ກ່ວາ 100.000 ຄົນໃນພາກຕາເວັນອອກ ແລະ ພາກເໜືອ. ...

   ພະຍຸ Fung-Wong ໄດ້ເພີ່ມຄວາມແຮງຂຶ້ນເປັນພະຍຸໃຫ່ຍໃນຕອນເຊົ້າຂອງວັນທີ 9 ພະຈິກ ດ້ວຍລະດັບຄວາມແຮງລົມແມ່ນ 185-230 km/h ຂອບເຂດກໍ່ຜົນສະທ້ອນແມ່ນເກືອບທັງໝົດປະເທດ. ຄາດວ່າພະຍຸຈະລົງເຂົ້າແຂວງ Aurora ຢູ່ໃຈກາງເກາະ Luzon ໃນຕອນຄ່ຳຂອງວັນທີ 9 ພະຈິກ ຫຼືຕອນເຊົ້າວັນທີ 10 ພະຈິກດ້ວຍຝົນຕົກໜັກອາດຈະແຕ່ 200 mm  ຂຶ້ນໄປ ອາດຈະເຮັດໃຫ້ນ້ຳຖ້ວມໃນວົງກ້ວາງ.

   ເພື່ອຮັບປະກັນຄວາມປອດໄພ, ຟີລິບປິນ ໄດ້ຮີບເຮັ່ງຍົກຍ້າຍ ປຊຊ ກ່ວາ 100.000 ຄົນໃນພາກຕາເວັນອອກ ແລະ ພາກເໜືອ. ອົງການຄຸ້ມຄອງການບິນພົນລະເຮືອນໄດ້ປະກາດຍຸບເລິກກ່ວາ 300 ຖ້ຽວບິນພາຍໃນປະເທດ ແລະ ສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.