ຂ່າວເດັ່ນ

ພາ​ສີ​ອາ​ກອນ​ຂອງ ອາ​ເມ​ລິ​ກາ: ໂອ​ກາດ​ສະ​ຫງວນ​ໃຫ້​ແກ່ ອີ​ຢູ ແມ່ນ 50/50

ພາ​ສີ​ອາ​ກອນ​ຂອງ ອາ​ເມ​ລິ​ກາ: ໂອ​ກາດ​ສະ​ຫງວນ​ໃຫ້​ແກ່ ອີ​ຢູ ແມ່ນ 50/50

(VOVWORLD) - ຂໍ້ຕົກລົງເບື້ອງຕົ້ນທີ່ສອງຝ່າຍພວກມປຶກສາຫາລືຈະລວມມີອັດຕາພາສີອາກອນ 15% ສຳລັບສິນຄ້ານຳເຂົ້າຈາກ ເອີລົບ ຈຳນວນໜຶ່ງ.

(ພາບ: THX/TTXVN)

   ໃນສະພາບການທີ່ບັນດາການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ ແລະ ອີຢູ ພວມດຳເນີນໄປຢ່າງເຄັ່ງຕຶງນັ້ນ, ວັນທີ 25 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໃຫ້ຂໍ້ສັງເກດວ່າ ຄວາມສາມາດບັນລຸໄດ້ຂໍ້ຕົກລົງລະຫວ່າງສອງຝ່າຍໃນປະຈຸບັນແມ່ນຢູ່ໃນລະດັບ 50/50, ຊ້ຳບໍ່ໜຳແມ່ນອາດຈະຕ່ຳກ່ວາ.

   ຂໍ້ຕົກລົງເບື້ອງຕົ້ນທີ່ສອງຝ່າຍພວກມປຶກສາຫາລືຈະລວມມີອັດຕາພາສີອາກອນ 15% ສຳລັບສິນຄ້ານຳເຂົ້າຈາກ ເອີລົບ ຈຳນວນໜຶ່ງ. ນີ້ແມ່ນການກະທຳເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ແນໃສ່ຫຼີກລ້ຽງແຜນການຂອງ ອາເມລິກາ ນຳໃຊ້ລະດັບອາກອນຂຶ້ນເຖ້ງ 30 % ພຽງລຳພັງຝ່າຍດຽວ ສຳລັບສະນຄ້າຂອງ ອີຢູ ນັບແຕ່ວັນທີ 1 ສິງຫາເປັນຕົ້ນໄປ. ນອກຈາກນັ້ນ, ແມ່ນສິນຄ້າຍຸດທະສາດຈຳນວນໜຶ່ງ ຊື່ງປະຈຸບັນນອນໃນບັນຊີລາຍຊື່ສະເໜີຍົກເວັ້ນພາສີອາກອນທັງໝົດຄື: ເຮືອບິນ, ເຫລົ້າແຮງ ແລະ ເຄື່ອງອຸປະກອນການແພດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.