ຂ່າວເດັ່ນ

ພາ​ສີ​ອາ​ກອນຂອງ ອາ​ເມ​ລິ​ກາ: ວໍ​ຊິງ​ຕັນ ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ສິນ​ຄ້າກວ່າ 400 ປະ​ເພດ​ທີ່​ບັນ​ຈຸ​ອາ​ລູ​ມີ​​ຍົມ ແລະ ເຫຼັກ​ກ້າ

ພາ​ສີ​ອາ​ກອນຂອງ ອາ​ເມ​ລິ​ກາ: ວໍ​ຊິງ​ຕັນ ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ສິນ​ຄ້າກວ່າ 400 ປະ​ເພດ​ທີ່​ບັນ​ຈຸ​ອາ​ລູ​ມີ​​ຍົມ ແລະ ເຫຼັກ​ກ້າ

(VOVWORLD) - ວັນທີ 19 ສິງຫາ, ກະຊວງການຄ້າ ອາເມລິກາ ແຈ້ງໃຫ້ຊາບວ່າໄດ້ເພີ່ມອັດຕາພາສີນຳເຂົ້າຂຶ້ນເປັນ 50% ສຳລັບຜະລິດຕະພັນກວ່າ 400 ຢ່າງທີ່ບັນຈຸອາລູມີຍົມ ແລະ ເຫຼັກກ້າ, ຜ່ານນັ້ນ ເພີ່ມທະວີຂອບຂະໜາດ ແລະ ຜົນກະທົບຂອງເຄື່ອງມືພາສີອາກອນສຳລັບການຄ້າຂຶ້ນຫຼາຍພໍສົມຄວນ.

(ພາບປະກອບ:  REUTERS/Siphiwe Sibeko)

ຕາມນັ້ນແລ້ວ, ອາເມລິກາ ໄດ້ເພີ່ມເຕີມສິນຄ້າ 407 ປະເພດເຂົ້າບັນຊີລາຍຊື່ຜະລິດຕະພັນເຫຼັກກ້າ ແລະ ອາລູມີຍົມ ຖືກເສຍພາສີຕາມຂະແໜງ, ໃນນັ້ນ ມີ ຕວັກບິນແຮງລົມ, ເຄື່ອງຍົກເຄື່ອນທີ່….”. ໃນບັນຊີລາຍຊື່ດັ່ງກ່າວ ລວມທັງບັນດາສິ້ນສ່ວນຂອງລະບົບຄວບຄຸມອາຍລົດໂອໂຕ ແລະ ເຫຼັກກ້າ EG ນຳໃຊ້ສຳລັບລົດໄຟຟ້າ.  

        ໃນຖະແຫຼງການໜຶ່ງ, ທ່ານ Jeffrey Kessler ຮອງລັດຖະມົນຕີກະຊວງການຄ້າ ຮັບຜິດຊອບອຸດສາຫະກຳ ແລະ ຄວາມໝັ້ນຄົງ ອາເມລິກາ ໄດ້ເນັ້ນໜັກເຖິງການກະທຳດັ່ງກ່າວ ເພື່ອແນໃສ່ເປີດກວ້າງຂອບຂະໜາດຂອງພາສີສຳລັບເຫຼັກກ້າ ແລະ ອາລູມີຍົມ, ພ້ອມທັງສະກັດກັ້ນການສວຍໃຊ້ສ່ອງວ່າງດ້ານກົດໝາຍ, ປະກອບສ່ວນຟື້ນຟູຂະແໜງເຫຼັກກ້າ ແລະ ອາລູມີຍົມ ອາເມລິກາ.


This site is protected by reCAPTCHA and the Google Privacy Policy and Terms of Service apply.