ຂ່າວເດັ່ນ

ພາຍຫຼັງ​ປ່ຽນ​ແປງ​ໃໝ່ມາ​ເປັນ​ເວ​ລາ 40 ປີ, ຮ່າ​ໂນ້ຍ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃຫຍ່ຫຼວງ, ຮອບ​ດ້ານ

ພາຍຫຼັງ​ປ່ຽນ​ແປງ​ໃໝ່ມາ​ເປັນ​ເວ​ລາ 40 ປີ, ຮ່າ​ໂນ້ຍ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃຫຍ່ຫຼວງ, ຮອບ​ດ້ານ

(VOVWORLD) - ວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ຄະນະສຳຫຼວດ ຄະນະຊີ້ນຳຂັ້ນສູນກາງ ໄດ້ມີການເຮັດວຽກກັບຄະນະປະຈຳ ພັກນະຄອນ ຮ່າໂນ້ຍ ໄດ້ສະຫຼຸດບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ສຳລັບກິດຈະການປ່ຽນແປງໃໝ່ຕາມການກຳນົດທິດສັງຄົມນິຍົມ ໃນ 40 ປີຜ່ານມາ ໃນບໍລິເວນນະຄອນ.

ກອງປະຊຸມໄດ້ດຳເນີນໃນວັນທີ 17 ຕຸລາ (ພາບ: dangcongsan.vn)

ຢູ່ກອງປະຊຸມ, ທ່ານຮອງເລຂາຄະນະພັກນະຄອນ ຮ່າໂນ້ຍ ຫງວຽນວັນຟອງ ໃຫ້ຮູ້ວ່າ 40 ປີແຫ່ງການປ່ຽນແປງໃໝ່, ເສດຖະກິດນະຄອນຫຼວງຈາກພື້ນຖານເສດຖະກິດເກື້ອກຸນ ໄດ້ຫັນໄປສູ່ພື້ນຖານເສດຖະກິດການຕະຫຼາດເທື່ອລະກ້າວ ຕາມກຳນົດທິດສັງຄົມນິຍົມ. ກົນໄກ, ນະໂຍບາຍພັດທະນາເສດຖະກິດຕະຫຼາດ ພວມໄດ້ຮັບການບູລະນະເທື່ອລະກ້າວ. ທີ່ຕັ້ງນະຄອນຫຼວງໃນເວທີສາກົນກໍໄດ້ຍົກສູງຂຶ້ນ. ໃນຂົງເຂດພັດທະນາວັດທະນະທຳ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຮ່າໂນ້ຍ ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງ, ຮອບດ້ານພໍສົມຄວນ, ເລິກເຊິ່ງ ແລະ ພົ້ນເດັ່ນໃນທຸກດ້ານ. ຄຸນນະພາບການເບິ່ງແຍງສຸຂະພາບຂອງປະຊາຊົນກໍໄດ້ຮັບການປົວແປງ, ການຊ່ວຍໜູນສັງຄົມໄດ້ຮັບປະກັນ. ບັນດາຂອດບຸກທະລຸກ່ຽວກັບການປະຕິຮູບການບໍລິຫານ, ປົວແປງສະພາບແວດລ້ອມລົງທຶນ ມີການຫັນປ່ຽນຢ່າງຈະແຈ້ງ ຜ່ານແຕ່ລະສະໄໝ. ໂດຍປະຕິບັດໜ້າທີ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ມີຫຼາຍການປ່ຽນແປງໃໝ່, ປະດິດຄິດສ້າງຫຼາຍຢ່າງໃກ້ຊິດຕິດແທດກັບສະພາບການຕົວຈິງ. ກຳລັງບົ່ມຊ້ອນ, ທ່າສະໜາມ ແລະ ກຳລັງແຮງຂອງຂົງເຂດປ້ອງກັນໄດ້ຮັບການປັບປຸງ, ເພີ່ມທະວີຢ່າງບໍ່ຢຸດຢັ່ງ. ວຽກງານພົວພັນຕ່າງປະເທດຂອງນະຄອນ ກໍມີບາດລ້ຽວຢ່າງຕັ້ງໜ້າ. ນະຄອນ ຮ່າໂນ້ຍ ໄດ້ເປີດກວ້າງການພົວພັນເປັນແຮກສ່ຽວກັບຫຼາຍນະຄອນ, ຂອງບັນດາປະເທດດັ່ງກ່າວ.                                  

This site is protected by reCAPTCHA and the Google Privacy Policy and Terms of Service apply.