ຂ່າວເດັ່ນ

ພາຍຸຫິມະເກີດຂຶ້ນຢ່າງຮ້າຍແຮງຢູ່ ອາເມລິກາ

ພາຍຸຫິມະເກີດຂຶ້ນຢ່າງຮ້າຍແຮງຢູ່ ອາເມລິກາ

(VOVWORLD) - ພາຍຸຫິມະກໍ່ເຮັດໃຫ້ 2 ຄົນເສຍຊີວິດ. ກວ່າ 850.000 ຄົນຢູ່ທາງພາກໃຕ້ປະເທດນີ້ ແລະ ຫຼາຍເຂດອື່ນກໍ່ພວມດຳລົງຊີວິດໃນສະພາບບໍ່ມີໄຟຟ້າໃຊ້.

(ພາຍຸຫິມະນີ້ໄດ້ກໍໃຫ້ເກີດການຂາດວັກຂາດຕອນດ້ານຄົມມະນາຄົມ)

ຕອນເຊົ້າວັນທີ 25 ມັງກອນ, ພາຍຸໃນລະດູໜາວມີຂອບຂະໜາດໃຫຍ່ໃນປະຫວັດສາດ ໄດ້ຖະຫຼົ່ມດິນແດນສ່ວນຫຼາຍຢູ່ ອາເມລິກາ, ດ້ວຍຈຳນວນເກືອບ 250 ຄົນຢູ່ກວ່າ 40 ລັດນອນໃນກຸ່ມກ່າວເຕືອນດິນຟ້າອາກາດອັນຕະລາຍ. ພາຍຸຫິມະກໍ່ເຮັດໃຫ້ 2 ຄົນເສຍຊີວິດ. ກວ່າ 850.000 ຄົນຢູ່ທາງພາກໃຕ້ປະເທດນີ້ ແລະ ຫຼາຍເຂດອື່ນກໍ່ພວມດຳລົງຊີວິດໃນສະພາບບໍ່ມີໄຟຟ້າໃຊ້. ພາຍຸຫິມະນີ້ໄດ້ກໍໃຫ້ເກີດການຂາດວັກຂາດຕອນດ້ານຄົມມະນາຄົມທີ່ຮ້າຍແຮງ ມີຢ່າງໜ້ອຍສຸດມີຖ້ຽວບິນກວ່າ 10.000 ຖ້ຽວຖືກຍົກເລີກ ແລະ ມີນັບພັນຖ້ຽວບິນໃນທົ່ວປະເທດ ອາເມລິກາ ຕ້ອງໂຈະໄວ້.

ບັນດາອົງການທີີ່ມີໜ້າທີ່ໄດ້ປະກາດສະພາສຸກເສີນຢູ່ນັບສີບລັດ ເພື່ອຮັບມືກັບສະພາບຫິມະຕົກໜາ, ໝາກເຫັບຕົກ ແລະ ລົມໜາວພັດແຮງ, ເຮັດໃຫ້ອຸນຫະພູມຢູ່ຫຼາຍເຂດລົງລະດັບສະຖິຕິແຕ່ ລົບ 20 ຫາ 30 ອົງສາ C. ອົງການພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ອາເມລິກາ ກ່າວເຕືອນວ່າ ນີ້ແມ່ນພາຍຸມີລະດັບຄວາມແຮງທີ່ສຸດ ແລະ ສົ່ງຜົນສະທ້ອນຕໍ່ບໍລິເວັນນັບພັນກມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.