ຂ່າວເດັ່ນ

ພາສີອາກອນຂອງອາເມລິກາ: ບັນດາປະເທດ ອາຊີ ມີປະຕິກິລິຍາທີ່ແຕກຕ່າງກັນ

ພາສີອາກອນຂອງອາເມລິກາ: ບັນດາປະເທດ ອາຊີ ມີປະຕິກິລິຍາທີ່ແຕກຕ່າງກັນ

(VOVWORLD) - ພາຍຫລັງປະທານາທິບໍດີ ອາເມລິກາ Donald Trump ປະກາດນະໂຍບາຍພາສີໃຫມ່ໃນວັນທີ 1 ສິງຫາ, ບັນດາປະເທດ ອາຊີ ໄດ້ມີປະຕິກິລິຍາແຕກຕ່າງກັນ ຈາກການຊົມເຊີຍ ຕະຫລອດຮອດມີຄວາມວິຕົກກັງວົນ.

ລົດໂອໂຕ ຢູ່ ທ່າກຳປັ່ນ Pyeongtaek,  ທາງທິດໃຕ້ ນະຄອນຫລວງ ເຊີອູນ, ສ.ເກົາຫລີ. (ພາບປະກອບ:Yonhap/TTXVN)

ໄທ ແລະກຳປູເຈຍ ແມ່ນສອງປະເທດບັນລຸໄດ້ຂໍ້ຕົກລົງດ້ວຍອັດຕາພາສີບຸລິມະສິດ 19%. ລັດຖະບານໄທ ຖືວ່ານີ້ແມ່ນ “ຜົນສຳເລັດໃຫຍ່” ໃນການຮັກສາສະຖຽນລະພາບດ້ານເສດຖະກິດ ແລະ ກຳລັງຄວາມສາມາດການສົ່ງອອກ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet  ກໍ່ຊົມເຊີຍຂໍ້ຕົກລົງ ແລະ ຖືນີ້ແມ່ນ “ຂ່າວດີສຸດ” ສຳລັບພື້ນຖານເສດຖະກິດປະເທດນີ້.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ໃຫ້ຮູ້ວ່າ: ໂຕກຽວ ຈະສືບຕໍ່ຊຸກຍູ້ຂໍ້ຕົກລົງດ້ານການຄ້າສອງຝ່າຍ ເພື່ອແນໃສ່ຫລຸດຜ່ອນອັດຕາພາສີ 25% ປະຈຸບັນ ສຳລັບ ລົດໂອໂຕ ແລະເຄື່ອງອາໄຫລ່ລົດໂອໂຕ ຍີ່ປຸ່ນ ສົ່ງອອກໄປຍັງ ອາເມລິກາ. ໃນຂະນະນັ້ນ ລັດຖະບານ ສ. ເກົາຫລີ ໄດ້ຈັດການປະຊຸມດ່ວນເພື່ອຕີລາຄາຜົນກະທົບຂອງອັດຕາພາສີໃຫມ່.

ຈີນ ແມ່ນພື້ນຖານເສດຖະກິດໃຫຍ່ທີສອງຂອງໂລກ ແລະ ພວມໃນວິວັດການເຈລະຈາດ້ານການຄ້າກັບ ອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ. ທ່ານ Guo Jiakun ໂຄສົກ ກະຊວງການຕ່າງປະເທດ ຈີນ ມີຄຳເຕືອນວ່າ ບັນດານະໂຍບາຍອາລັກຂາ ຈະ “ກໍ່ຜົນຮ້າຍເຖິງຜົນປະໂຫຍດຂອງທຸກຝ່າຍ”

This site is protected by reCAPTCHA and the Google Privacy Policy and Terms of Service apply.