ຂ່າວເດັ່ນ

ພະນັກ​ງານ ສ​ປ​ຊ 20 ຄົນ​ຖືກ Houthi ກັກ​ຕົວ

ພະນັກ​ງານ ສ​ປ​ຊ 20 ຄົນ​ຖືກ Houthi ກັກ​ຕົວ

(VOVWORLD) - ສປຊ ພວມຕິດຕໍ່ກັບອຳນາດການປົກຄອງຢູ່ນະຄອນຫຼວງ Sanaa ແລະ ບັນດາປະເທດສະມາຊິກທີ່ກ່ຽວຂ້ອງ ພ້ອມກັບລັດຖະບານ ເຢແມັນ ເພື່ອຢຸດຕິການກັກຕົວພະນັກງານທັງໝົດ ແລະ ຟື້ນຟູສິດອຳນາດເຕັມໃນການຄວບຄຸມບັນດາຮາກຖານຂອງ ສປຊ ຢູ່ Sanaa.

ວັນທີ 19 ຕຸລາ, ຫ້ອງວ່າການສປຊ ປະຈຳ ເຢແມັນ ໃຫ້ຮູ້ວ່າ ພະນັກງານ 20 ຄົນຂອງ ຫ້ອງການນີ້ພວມຍັງຖືກກຳລັງ Houthi ກັກຕົວ, ພາຍຫຼັງການບຸກໂຈມຕີເລັ່ງໃສ່ສຳນັກງານຫ້ອງການ ຢູ່ນະຄອນຫຼວງ Sanaa ກ່ອນນັ້ນ 1 ວັນ. ໃນຈຳນວນພະນັກງານ 20 ຄົນທີ່ຖືກ Houthi ກັກຕົວ, ມີພະນັກງານສາກົນ 15 ຄົນ. ສປຊ ພວມຕິດຕໍ່ກັບອຳນາດການປົກຄອງຢູ່ນະຄອນຫຼວງ Sanaa ແລະ ບັນດາປະເທດສະມາຊິກທີ່ກ່ຽວຂ້ອງ ພ້ອມກັບລັດຖະບານ ເຢແມັນ ເພື່ອຢຸດຕິການກັກຕົວພະນັກງານທັງໝົດ ແລະ ຟື້ນຟູສິດອຳນາດເຕັມໃນການຄວບຄຸມບັນດາຮາກຖານຂອງ ສປຊ ຢູ່ Sanaa.

This site is protected by reCAPTCHA and the Google Privacy Policy and Terms of Service apply.