ຂ່າວເດັ່ນ

ພັດ​ທະ​ນາ​ຈຳ​ນວນ, ຍົກ​ສູງ​ຄຸນ​ນະ​ພາບ​ທະ​ນາຍ​ຄວາມ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ບໍ​ລິການ​ດ້ານ​ນິ​ຕິ​ກຳ​ຂອງ​ສັງ​ຄົມ

ພັດ​ທະ​ນາ​ຈຳ​ນວນ, ຍົກ​ສູງ​ຄຸນ​ນະ​ພາບ​ທະ​ນາຍ​ຄວາມ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ບໍ​ລິການ​ດ້ານ​ນິ​ຕິ​ກຳ​ຂອງ​ສັງ​ຄົມ

(VOVWORLD) - ໃນການປະກອບອາຊີບ, ທະນາຍຄວາມຕ້ອງປະຕິບັດຫຼັກການເອກະລາດ, ຊື່ຕົງບໍລິສຸດ, ເຄົາລົບຄວາມຈິງພາວະວິໄສ, ປະຕິບັດຖືກຕ້ອງຕາມລັດທະມຳນະນູນ, ກົດໝາຍຢ່າງເດັດຂາດ.

ທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ໃນການປະກອບອາຊີບ, ທະນາຍຄວາມຕ້ອງປະຕິບັດຫຼັກການເອກະລາດ, ຊື່ຕົງບໍລິສຸດ, ເຄົາລົບຄວາມຈິງພາວະວິໄສ, ປະຕິບັດຖືກຕ້ອງຕາມລັດທະມຳນະນູນ, ກົດໝາຍຢ່າງເດັດຂາດ; ຕໍ່ໜ້າບໍ່ວ່າຄວາມກົດດັນໃດ ກໍ່ຕ້ອງຮັກສາຄຸນສົມບັດທາງດ້ານວິຊາຊີບຢ່າງໝັ້ນແກ່ນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ອົງການຈັດຕັ້ງ; ປົກປ້ອງລະບອບກົດໝາຍສັງຄົມນິນົມ ຜົນປະໂຫຍດອັນຊອບທຳຂອງລັດໃຫ້ເປັນຢ່າງດີທີ່ສຸດ. ນີ້ແມ່ນຄຳຊີ້ນຳຂອງທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ຫົວໜ້າຄະນະຊີ້ນຳການປະຕິຮູບຂະແໜງຍຸຕິທຳສູນກາງ ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງ ທະນາຍຄວາມ ຫວຽດນາມ (10/10/1945-10/10/2025) ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 9 ຕຸລາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ. ທ່ານໃຫ້ຮູ້ວ່າ:

ສະຫະພັນທະນາຍຄວາມ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບເປັນບ່ອນເຕົ້າໂຮມ, ສາມັກຄີ, ຕາງໜ້າ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງທະນາຍຄວາມໃນຂອບເຂດທົ່ວປະເທດ. ເພີ່ມທະວີການສົມທົບກັບບັນດາອົງການດຳເນີນຄະດີ, ກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາອົງການທີ່ກ່ຽວຂ້ອງໃນທຸກການເຄື່ອນໄຫວ, ເພື່ອກາຍເປັນຂົວເຊື່ອມຕໍ່ຢ່າງໝັ້ນແກ່ນລະຫວ່າງພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ກັບຖັນແຖວທະນາຍຄວາມທົ່ວປະເທດຢ່າງແທ້ຈິງ, ປະກອບສ່ວນຍົກສູງພາບພົດ, ອິດທິພົນຊື່ສຽງຂອງອາຊີບຢ່າງບໍ່ຢຸດຢັ້ງ, ສືບຕໍ່ຢັ້ງຢືນຖານະ, ບົດບາດທີ່ສຳຄັນທີ່ສຸດຂອງທະນາຍຄວາມໃນສັງຄົມ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນຕໍ່ຖັນແຖນທະນາຍຄວາມຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.