ຂ່າວເດັ່ນ

ພັດ​ທະ​ນາ​ເຂດ​ອຸດ​ສາ​ຫະ​ກຳ VSIP II ກວາງ​ງ້າຍ ​ຕາມ​ທິດ​ອັດ​ສະ​ລີ​ຍະ, ທັນ​ສະ​ໄໝ ແລະ ຍືນ​ຍົງ

ພັດ​ທະ​ນາ​ເຂດ​ອຸດ​ສາ​ຫະ​ກຳ VSIP II ກວາງ​ງ້າຍ ​ຕາມ​ທິດ​ອັດ​ສະ​ລີ​ຍະ, ທັນ​ສະ​ໄໝ ແລະ ຍືນ​ຍົງ

(VOVWORLD) - ເຫດການດຳເນີນກົງກັບໂອກາດສະຫຼີມສະຫຼອງ 80 ປີແຫ່ງວັນລູກຮຶ້ຂຶ້ນ ບາເຕີ (11/3/1945 - 11/3/2025).

(ພາບ: TTXVN)

   ຕອນເຊົ້າວັນທີ 12 ກຸມພາ, ພິທີວາງສີລະລຶກໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດພື້ນຖານໂຄງລ່າງ ເຂດອຸດສາຫະກຳ VSIP II ກວາງງ້າຍ ໄດ້ຈັດຂຶ້ນຢູ່ເມືອງ ບິນເຊີນ ແຂວງ ກວາງງ້າຍ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

  ເຫດການດຳເນີນກົງກັບໂອກາດສະຫຼີມສະຫຼອງ 80 ປີແຫ່ງວັນລູກຮຶ້ຂຶ້ນ ບາເຕີ (11/3/1945 - 11/3/2025),  50 ປີແຫ່ງວັນປົດປ່ອຍແຂວງ ກວາງງ້າຍ (24/3/1975 - 24/3/2025).

  ທີ່ພິທີ, ທ່ານ ຫງວຽນຮ່ວາບິນ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ. ທ່ານຕີລາຄາສູງບັນດາການປະກອບສ່ວນຂອງບັນດາວິສາຫະກິດລົງທຶນພາຍໃນແລະ ຕ່າງປະເທດ, ພິເສດແມ່ນບັນດາວິສາຫະກິດ ສິງປະໂປ ຢູ່ ຫວຽດນາມ.

  ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດ Sembcorp (ສິງກະໂປ) ແລະ Becamex (ຫວຽດນາມ) ຊີ້ນຳການລົງທຶນ, ພັດທະນາ ເຂດອຸດສາຫະກຳ VSIP II ກວາງງ້າຍ ຕາມທິດອັດສະລີຍະ, ທັນສະໄໝ ແລະ ຍືນຍົງ, ມຸ່ງໄປເຖິງສ້າງບັນດາລະບົບຊີວະພາບອຸດສາຫະກຳ-ນະວັດຕະກຳ-ຕົວເມືອງ-ການບໍລິການ-ເຕັກໂນໂລຊີສູງ.

        ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິນແທັງເໝີ້ນ ໄດ້ເຮັດວຽກກັບການນຳແຂວງ ກວາງງ້າຍ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຕີລາຄາສູງເລື່ອງແຂວາງ ກວາງງ້າຍ ໄດ້ດຳເນີນການຜັນຂະຫຍາຍການປະຕິບັດມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບບາດກ້າວບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປະເທດຊາດເປັນດີຈີຕອນ.

        ທ່ານປະທານສະພາແຫ່ງຊາດຕັກເຕືອນວ່າ, ເພື່ອຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ແຂວງ ກວາງງ້າຍ ຕ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປະຕິບັດບົນເນື້ອໃນຈິດໃຈທ້ອງຖິນຕັດສິນເອງ, ທ້ອງຖິ່ນຮັບຊອບ, ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ຕາມທິດສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ວິສາຫະກິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.