ຂ່າວເດັ່ນ

ພັດທະນາຂະແໜງນິວເຄຼຍກາຍເປັນປາຍແຫຼມດ້ານວິທະຍາສາດເຕັກໂນໂລຊີແຫ່ງຊາດ

ພັດທະນາຂະແໜງນິວເຄຼຍກາຍເປັນປາຍແຫຼມດ້ານວິທະຍາສາດເຕັກໂນໂລຊີແຫ່ງຊາດ

(VOVWORLD) - ມະຕິເລກທີ 57 ຂອງກົມການເມືອງ ພ້ອມກັບກົດໝາຍວ່າດ້ວຍວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ ແລະ ພວມສ້າງກຳລັງໜູນໃໝ່

(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ)

        ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ແຂວງ ເລິມດົ່ງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ເຮັດວຽກກັບສະຖາປັນຄົ້ນຄວ້ານິວເຄຼຍ ດ່າລາດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ ມະຕິເລກທີ 57 ຂອງກົມການເມືອງ ພ້ອມກັບກົດໝາຍວ່າດ້ວຍວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ ໄດ້ ແລະ ພວມສ້າງກຳລັງໜູນໃໝ່, ປະກອບສ່ວນຢ່າງແທດຈິງກວ່າໃຫ້ແກ່ພາລະກິດພັດທະນາປະເທດຊາດ.

        “ຂ້າພະເຈົ້າສະເໜີໃຫ້ຄະນະການນຳສະຖານບັນ ພ້ອມກັບບັນດານັກວິທະຍາສາດ, ລັດຖະກອນ, ຜູ້ອອກແຮງງານ ສືບຕໍ່ປ່ຽນແປງໃໝ່, ມານະພະຍາຍາມຫຼາຍກວ່າເພື່ອປະຕິບັດສຳເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ. ຫວັງວ່າ ສະຖາບັນສືບຕໍ່ຄຸ້ມຄອງ, ຂຸດຄົ້ນເຕົາໄຟຟ້ານິວເຄຼຍ ດ່າລາດ ແລະ ລະບົບເຄື່ອງອຸປະກອນຄົ້ນຄວ້າ. ພ້ອມກັນນັ້ນ, ຕ້ອງຍົກສູງກຳລັງບົ່ມຊ້ອນດ້ານວິທະຍາສາດ - ເຕັກໂນໂລຊີ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນນຳຂະແໜງນິວເຄຼຍ ຫວຽດນາມ ບືນຕົວຂຶ້ນ, ໃກ້ກັບລະດັບຂອງບັນດາປະເທດພັດທະນາໃນປີ 2045”.

        ສະຖາບັນຄົ້ນຄວ້ານິວເຄຼຍ ດ່າລາດ ມີໜ້າທີ່ຫຼັກແມ່ນເຄື່ອນໄຫວດ້ວຍຄວາມປອດໄພ, ຂຸດຄົ້ນເຕົານິວເຄຼຍ ດ່າລາດ ແລະ ບັນດາເຄື່ອງອຸປະກອນວິທະຍາສາດ, ເຕັກໂນໂລຊີຢ່າງມີປະສິດທິຜົນ ເພື່ອຄົ້ນຄວ້າ, ນຳໃຊ້, ບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.