ຂ່າວເດັ່ນ

ພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ຫວຽດນາມ - ກໍາປູເຈຍ

ພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ຫວຽດນາມ - ກໍາປູເຈຍ

(VOVWORLD) - ໂດຍໄດ້ຮັບຄໍາເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກໍາປູເຈຍ Samdech Techo Hun Sen ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາຊະອານາຈັກ ກໍາປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່່າງວັນທີ 4 – 5 ຕຸລາ 2019.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກໍາປູເຈຍ Samdech Techo Hun Sen (ພາບ:VGP)

        ນີ້ແມ່ນການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ Hun Sen ໃນຮອບເວລາ 01 ປີ, ພາຍຫຼັງ ກໍາປູເຈຍ ສ້າງຕັ້ງລັດຖະບານຊຸດທີ 6 ເມື່ອເດືອນກັນຍາ 2018.

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Samdech Techo Hun Sen ຄັ້ງນີ້ ຖືກດໍາເນີນໄປໃນສະພາບ ທີ່ການພົວພັນລະຫວ່່າງ ຫວຽດນາມ - ກໍາປູເຈຍ ສືບຕໍ່ມີບັນດາບາດກ້າວພັດທະນາຢ່າງດີງາມນັ້ນ ໄດ້ຢ້ັງຢືນໃຫ້ເຫັນນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນບັນດາການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນສະຫງວນບຸລິມະສິດສູງໃນການຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ກັບ ກໍາປູເຈຍ. ການຢ້ຽມຢາມ ກໍເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຮ່ວມມືຢູ່ເຂດຊາຍແດນ, ການ ຄົມມະນາຄົມຂົນສົ່ງ ລະຫວ່າງສອງຝ່າຍ.


This site is protected by reCAPTCHA and the Google Privacy Policy and Terms of Service apply.