ຂ່າວເດັ່ນ

ພັດທະນາອຸດສາຫະກຳສິ່ງແວດລ້ອມເພື່ອກາຍເປັນຂະແໜງເສດຖະກິດປາຍແຫຼມ

ພັດທະນາອຸດສາຫະກຳສິ່ງແວດລ້ອມເພື່ອກາຍເປັນຂະແໜງເສດຖະກິດປາຍແຫຼມ

(VOVWORLD) - ການນຳບັນດາກະຊວງ, ຂະແໜງການ ໄດ້ສຸມໃສ່ປະກອບຄຳເຫັນກ່ຽວກັບເປົ້າໝາຍຂອງໂຄງການ, ມາດຕະການ - ຂໍ້ກຳນົດດ້ານເຕັກນິກ, ການພັດທະນາຕະຫຼາດ ແລະ ພື້ນຖານໂຄງລ່າງດ້ານຂໍ້ມູນ.

        ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບໂຄງການພັດທະນາຂະແໜງອຸດສາຫະກຳສິ່ງແວດລ້ອມ ຫວຽດນາມ, ໄລຍະ 2030, ວິໄສທັດຮອດປີ 2050. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂຄງການພັດທະນາຂະແໜງອຸດສາຫະກຳສິ່ງແວດລ້ອມ ຕ້ອງວາງເປົ້າໝາຍລະອຽດ, ມີທິດທາງຢ່າງຈະແຈ້ງ, ເພື່ອແນໃສ່ຊຸກຍູ້ຂະແໜງນີ້ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ປະກອບສ່ວນແກ້ໄຂບັນຫາມົນລະພິດໃຫ້ມີປະສິດທິຜົນ ແລະ ປະກອບສ່ວນຢ່າງແທດຈິງໃຫ້ແກ່ການເຕີບໂຕເສດຖະກິດ.

        ທີ່ກອງປະຊຸມ, ການນຳບັນດາກະຊວງ, ຂະແໜງການ ໄດ້ສຸມໃສ່ປະກອບຄຳເຫັນກ່ຽວກັບເປົ້າໝາຍຂອງໂຄງການ, ມາດຕະການ - ຂໍ້ກຳນົດດ້ານເຕັກນິກ, ການພັດທະນາຕະຫຼາດ ແລະ ພື້ນຖານໂຄງລ່າງດ້ານຂໍ້ມູນ. ບັນດາຄຳເຫັນສະເໜີຕ້ອງມີການໜູນຊ່ວຍຜ່ານກົນໄກໃຫ້ບຸລິມະສິດດ້ານສິນເຊື່ອສີຂຽວ, ນະໂຍບາຍພາສີ, ບຸລິມະສິດການລົງທຶນ, ຊຸກຍູ້ການສ້າງລະບົບຊີວະພາບນະວັດຕະກຳໃນອຸດສາຫະກຳສິ່ງແວດລ້ອມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.