ຂ່າວເດັ່ນ

ພິ​ທີ​ອັດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ – ​ເຫ້ວ 2025

ພິ​ທີ​ອັດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ – ​ເຫ້ວ 2025

(VOVWORLD) - ໃນປີທ່ອງທ່ຽວແຫ່ງຊາດ ເຫ້ວ 2025, ມີກິດຈະກຳ, ວັນບຸນລະດັບຊາດ ແລະ ທ້ອງຖິ່ນກ່ວາ 170 ຢ່າງໄດ້ຈັດຂຶ້ນໃນທົ່ວປະເທດ, ດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະ ສາກົນກ່ວາ 6,3 ລ້ານເທື່ອຄົນ.

ລາຍການສະແດງສິລະປະ ຢູ່ພິທີ (ພາບ: VOV)

ພິທີອັດປີທ່ອງທ່ຽວແຫ່ງຊາດ  – ເຫ້ວ2025  ດ້ວຍຫົວຂໍ້: “ກຸງເກົ່າ  – ກາລະໂອກາດໃໝ່” ໄດ້ດຳເນີນໃນຕອນຄ່ຳວັນທີ 20 ທັນວາ, ຢູ່ສະໜາມຫຼວງ ເງະໂມນ, ເຫ້ວ. ໃນປີທ່ອງທ່ຽວແຫ່ງຊາດ ເຫ້ວ 2025, ມີກິດຈະກຳ, ວັນບຸນລະດັບຊາດ ແລະ ທ້ອງຖິ່ນກ່ວາ 170  ຢ່າງໄດ້ຈັດຂຶ້ນໃນທົ່ວປະເທດ, ດຶງດູດນັກທ່ອງທ່ຽວພາຍໃນປະເທດ ແລະ ສາກົນກ່ວາ 6,3 ລ້ານເທື່ອຄົນ. ບົນບັນດາໝາກຜົນທີ່ບັນລຸໄດ້, ເຫ້ວ ຈະສືບຕໍ່ຜັນຂະຫຍາຍຍຸດທະຊາດພັດທະນານະຄອນມໍລະດົກອັດສະລິຍະ, ສີຂຽວ ແລະ ຍືນຍົງ ດ້ວຍຈຸດສຸມແມ່ນຍົກສູງຄຸນນະພາບຜະລິດຕະພັນການທ່ອງທ່ຽວ, ຕິດພັນກັບຄຸນຄ່າມໍລະດົກ ແລະ ສີສັນວັດທະນະທຳເຫ້ວ, ຍູ້ແຮງການຫັນປ່ຽນດີຈີຕອນ ແລະ ການສົ່ງເສີມ, ໂຄສະນາການທ່ອງທ່ຽວສາກົນ, ເພີ່ມທະວີການຮ່ວມມືພາກລັດ ເອກະຊົນໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ການບໍລິການທ່ອງທ່ຽວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.