ຂ່າວເດັ່ນ

ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ, ​ເປີດນຳໃຊ້ 250 ໂຄງ​ການ

ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ, ​ເປີດນຳໃຊ້ 250 ໂຄງ​ການ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ຕອນເຊົ້າວັນທີ 19 ສິງຫາ, ຢູ່ 34 ແຂວງ, ນະຄອນ ໃນທົ່ວປະເທດ ໄດ້ພ້ອມກັນຈັດພິທີເລີ່ມລົງມຶກໍ່ສ້າງ, ເປີດນຳໃຊ້ 250 ໂຄງການຈຸດສຸມ.

ສະໜາມບິນ ຢາບິນ (ພາບ: TTXVN)

   ໃນບັນດາໂຄງການ, ກິດຈະກຳທີ່ໄດ້ເລີ່ມລົງມຶກໍ່ສ້າງ, ເປີດນຳໃຊ້ໃນວັນທີ 19 ສິງຫານີ້ ມີ 59 ໂຄງການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ; 44 ໂຄງການພົນລະເຮືອນ-ຕົວເມືອງ; 57 ໂຄງການອຸດສາຫະກຳ; 36 ໂຄງການພື້ນຖານໂຄງລ່າງເຕັກນິກ ແລະ 22 ໂຄງການເຮືອນຢູ່ສັງຄົມ. ໃນຈຳນວນບັນດາໂຄງການທີ່ໄດ້ຮັບການເປີດນຳໃຊ້ໃນວັນທີ 19 ສິງຫາ ມີສູນວາງສະແດງແຫ່ງຊາດ ຊື່ງແມ່ນໂຄງການໃຫ່ຍທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ນອນໃນ Top 10 ກຸ່ມສູນວາງສະແດງໃຫ່ຍທີ່ສຸດໃນໂລກ. ໂດຍໄດ້ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງນະຄອນຫຼວງ ຮ່າໂນ້ຍ, ສູນວາງສະແດງແຫ່ງຊາດມີເນື້ອທີ່ກວ້າງ 900.000 m². ທ່ານນາງ ຫຼີຮວາລຽນ ຜູ້ອຳນວຍການໃຫ່ຍຝ່າຍບໍລິຫານ ບໍລິສັດຫຸ້ນສ່ວນງານວາງສະແດງຕະຫຼາດນັດແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

  ນີ້ແມ່ນສັນຍາລັກຂອງ ຮ່າໂນ້ຍ, ຂອງປະເທດຊາດ. ສັນຍາລັກນີ້ໄດ້ຮັບການອອກແບບເພື່ອສາມາດເຫັນໄດ້ແຕ່ໄກ, ຈາກເຮືອບິນກໍ່ສາມາດເຫັນຮູບຊົງອັນໃຫ່ຍໂຕມະໂຫຖານນີ້ໄດ້. ນີ້ແມ່ນຄວາມເອກອ້າງທະນົງໃຈຂອງຊາວນະຄອນຫຼວງຫຼາຍຄົນ. ກິດຈະກຳແຫ່ງນີ້ ມີຫຼາຍພາລະໜ້າທີ່ດ້ວຍເນື້ອທີ່ໃນຮົ່ມກ່ວາ 100.000 m2 ຊື່ງສາມາດຕອບສະໜອງໄດ້ຫຼາຍເຫດການ, ງານວາງສະແດງ, ການຄ້າ, ສິລະປະ, ກິລາ, ການເມືອງ. ນີ້ແມ່ນສິ່ງທີ່ບໍ່ເຄີຍມີມາຢູ່ ຫວຽດນາມ.

  ແລະ ກໍ່ໃນວັນດຽວກັນ, ມີ 161 ໂຄງການ, ກິດຈະກຳໄດ້ພ້ອມກັນຈັດພິທິເລີ່ມລົງມືກໍ່ສ້າງ, ໃນນັ້ນມີສະໜາມບິນ ຢາບິນ (ບັກນິງ).

This site is protected by reCAPTCHA and the Google Privacy Policy and Terms of Service apply.