ຂ່າວເດັ່ນ

ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ມາ​ຢ້ຽມ​ຢາມ ​ທາງ​ລັດ​ຖະ​ກິດ​ຢູ່ ສ.ເບ​ລາ​ຣຸດ

ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ມາ​ຢ້ຽມ​ຢາມ ​ທາງ​ລັດ​ຖະ​ກິດ​ຢູ່ ສ.ເບ​ລາ​ຣຸດ

(VOVWORLD) - ສິ້ນສຸດພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Aleksandr Lukashenko ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ ແລະ ເປັນສັກຂີພິຍານພິທີມອບຮັບບັນດາຂໍ້ຕົກລົງຮ່ວມມື.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ເບລາຣຸດ Aleksandr Lukashenko
(ພາບ: TTXVN)

ຕອນເຊົ້າວັນທີ 12 ພຶດສະພາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນການຢ້ຽມຢາມທາງລັດຖະກິດຢູ່ ສ.ເບລາຣຸດ ເຊິ່ງໄດ້ຈັດຂຶ້ນຢ່າງສົມກຽດຢູ່ວັງເອກະລາດຢູ່ນະຄອນ Minsk. ທ່ານປະທານາທິບໍດີ ສ.ເບລາຣຸດ Aleksandr Lukashenko ເປັນປະທານພິທີຕ້ອນຮັບ. ສິ້ນສຸດພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ Aleksandr Lukashenko ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການເຈລະຈາ ແລະ ເປັນສັກຂີພິຍານພິທີມອບຮັບບັນດາຂໍ້ຕົກລົງຮ່ວມມື.

This site is protected by reCAPTCHA and the Google Privacy Policy and Terms of Service apply.