ຂ່າວເດັ່ນ

ພິ​ທີ​ປຸກ​ລະ​ດົມ​ການ​ຕອບ​ສະ​ໜອງ​​ເຫດ​ການ “ຊົ່ວ​ໂມງເພື່ອໜ່ວຍ​ໂລກ 2025”

ພິ​ທີ​ປຸກ​ລະ​ດົມ​ການ​ຕອບ​ສະ​ໜອງ​​ເຫດ​ການ “ຊົ່ວ​ໂມງເພື່ອໜ່ວຍ​ໂລກ 2025”

(VOVWORLD) - ພິທີປຸກລະດົມເຫດການຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025 ດ້ວຍຫົວຂໍ້ “ຫັນເປັນສີຂຽວ - ອະນາຄົດສີຂຽວ” ໄດ້ດຳເນີນໃນຕອນເຊົ້າວັນທີ 22 ມີນາ ຢູ່ຖະໜົນຄົນຍ່າງ ໂຮ່ຮວ່ານກຽມ, ຮ່າໂນ້ຍ.

ພິທີປຸກລະດົມເຫດການຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025 ດ້ວຍຫົວຂໍ້ “ຫັນເປັນສີຂຽວ - ອະນາຄົດສີຂຽວ”  (ພາບ: nhandan.vn)

ເຫດການນຳມາເຊິ່ງບັນຍາກາດທີ່ເຕັ້ມໄປດ້ວຍຄວາມຫ້າວຫັນ ແລະ ຟົດຟື້ນດ້ວຍບັນດາການເຄື່ອນໄຫວທີ່ເປັນຫຼາຍຮູບຫຼາຍແບບ, ໃນນັ້ນມີສະຖານທີ່ check-in ທີ່ມີຫົວຄິດປະດິດສ້າງ, ສະຖານທີ່ວາງສະແດງຮູບແບບ ລະບຽງເຮືອນເກົ່າແກ່ຮ່າໂນ້ຍ ທີ່ໄດ້ສະສົມລະບົບໄຟຟ້າແສງຕາເວັນ. ຮູບພາບນີ້ບໍ່ພຽງແຕ່ນຳມາເຊິ່ງລັກສະນະສັນຍາລັກເທົ່ານັ້ນ ຫາກຍັງສົ່ງສານຢ່າງແຮງກ່ຽວກັບເລື່ອງໝູນໃຊ້ພະລັງງານທົດແທນໃນຊີວິດປະຈຳວັນອີກດ້ວຍ. ນອກຈາກນັ້ນ, ການເຄື່ອນໄຫວຖີບລົດຖີບຜະລິດໄຟຟ້າກໍ່ໄດ້ຮັບການຕອບສະໜອງຈາກຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ບັນດາລົດຖີບພິເສດບໍ່ພຽງແຕ່ຊ່ວຍຜະລິດໄຟຟ້າເພື່ອສາກໂທລະສັບ ຫຼືເປີດໄຟປ້າຍຄຳຂວັນ “I am for Net-Zero” ຢູ່ເຫດການເທົ່ານັ້ນ, ຫາກຍັງຊ່ວຍໃຫ້ທຸກໆຄົນຮັບຮູ້ໄດ້ເຖິງຄຸນຄ່າຂອງພະລັງງານສະອາດຢ່າງຈະແຈ້ງກວ່າອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.