ຂ່າວເດັ່ນ

ພິ​ທີສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ຂອງສັນ​ຕະ​ປະ​ປາ ລີ​ໂອ ທີ່ 14 ຈະ​ດຳ​ເນີນ​ໃນ​ວັນ​ທີ 18 ພຶດ​ສະ​ພາ

ພິ​ທີສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ຂອງສັນ​ຕະ​ປະ​ປາ ລີ​ໂອ ທີ່ 14 ຈະ​ດຳ​ເນີນ​ໃນ​ວັນ​ທີ 18 ພຶດ​ສະ​ພາ

(VOVWORLD) - ຫຼາຍສັນຍານໃຫ້ເຫັນວ່າ ສັນຕະປະປາ ລີໂອ ທີ່ 14 ຈະເດີນຕາມເສັ້ນທາງກ້າວໜ້າຂອງຜູ້ດຳລົງຕຳແໜ່ງລຸ້ນກ່ອນ.

  ພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງສັນຕະປະປາ ລີໂອ ທີ່ 14 ອົງໃໝ່ ຈະດຳເນີນຢູ່ສະໜາມຫຼວງ ໂບດ Peter ດ້ວຍການເຂົ້າຮ່ວມຂອງການນຳໂລກຫຼາຍທ່ານ. ພິທີຈະແມ່ນຂີດໝາຍແຫ່ງການແຕ່ງຕັ້ງສັນຕະປະປາອົງທຳອິດຖືສັນຊາດ ອາເມລິກາ ໃນປະຫວັດສາດ 2000 ປີຂອງໂຣມັນກາໂຕລິກ. ພາຍຫຼັງພິທີ ຮັບດຳລົງຕຳແໜ່ງຢ່າງເປັນທາງການໃນວັນທີ 18 ພຶດສະພາ, ການພົບປະຄັ້ງປະຖົມມະເລິກຂອງທ່ານກັບມະຫາຊົນຈະຖືກດຳເນີນໃນວັນທີ 21 ພຶດສະພາ.

     ໜຶ່ງໃນບັນດາເຫດການທີ່ໜ້າສົນໃຈແມ່ນພິທີສະເຫຼີມສະຫຼອງໃຫ່ຍສະຫງວນໃຫ້ຊາວໜຸ່ມເຍົາວະຊົນ ຈັດຂຶ້ນແຕ່ວັນທີ 28 ກໍລະກົດ-ວັນທີ 3 ສິງຫາ.

    ຫຼາຍສັນຍານໃຫ້ເຫັນວ່າ ສັນຕະປະປາ ລີໂອ ທີ່ 14 ຈະເດີນຕາມເສັ້ນທາງກ້າວໜ້າຂອງຜູ້ດຳລົງຕຳແໜ່ງລຸ້ນກ່ອນ. ໄປຄຽງຄູ່ກັນນັ້ນ, ບັນດາຖະແຫຼງການກ່ອນນີ້ກໍ່ໃຫ້ເຫັນວ່າ ທ່ານອາດຈະຕິດກັບທິດສະດີຂອງສາສະໜາຄຼິດທີ່ເປັນມູນເຊື້ອ.

This site is protected by reCAPTCHA and the Google Privacy Policy and Terms of Service apply.