ຂ່າວເດັ່ນ

ພິ​ທີສວດ​ມົນ​ພາ​ວະ​ນາ​ຢູ່ວັດ​ເຟີດ​ຕິກ, ວຽງ​ຈັນ

ພິ​ທີສວດ​ມົນ​ພາ​ວະ​ນາ​ຢູ່ວັດ​ເຟີດ​ຕິກ, ວຽງ​ຈັນ

(VOVWORLD) - ຕອນຄ່ຳວັນທີ 6 ມີນາ, ຢູ່ວັດ ເຟີດຕິກ ທີ່ນະຄອນຫຼວງ ວຽງຈັນ, ໄດ້ຈັດພິທີສວດມົນພາວະນາ ອາໄລຫາດວງວິນຍານນັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ປຊຊ ເສຍຊີວິດ ລາວ-ຫວຽດນາມ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ 64 ຄົນທີ່ເສຍສະຫຼະຊີວິດຢູ່ເກາະ ກາກມາ-ເຈື່ອງຊາ.

(ພາບ: VOV Vientiane)

   ກ່າວຄຳເຫັນທິ່ພິທິ, ພະຈາກາຈານ ທິກມິນກວາງ, ເຈົ້າອາວາດ ວັດ ເຟີດຕິກ ນະຄອນຫຼວງ ວຽງຈັນ ເນັ້ນໜັກວ່າ, ນີ້ແມ່ນໂອກາດເພື່ອສຶກສາມູນເຊື້ອຮັກຊາດໃຫ້ແກ່ບັນດາລຸ້ນໜຸ່ມ ຮຽນຕາມແບບຢ່າງລຸ້ນກ່ອນ, ຕັດສິນໃຈຮັກສາອະທິປະໄຕເຂດໝູ່ເກາະທະເລຂອງປະເທດຊາດ, ກໍ່ຄືສະແດງຄວາມຮູ້ບຸນຄຸນບັນດາ ນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ຕໍ່ສູ້ຢ່າງພິລາດອາດຫານ ເພື່ອປົກປັກຮັກສາພື້ນຖານເອກະລາດໃຫ້ແກ່ຊາດ.

ສ່ວນທ່ານ ພອນໃຈ ພັນທະວົງ ຮອງປະທານສະມາຄົມອະດີດນັກຮົບລາວ ໄດ້ສະແດງຄວາມປາດຖະໜາວ່າ ລຸ້ນໜຸ່ມສອງປະເທດ ຕ້ອງຈົດຈຳຄຸນງາມຄວາມດີຂອງບັນດາ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຈາກນັ້ນໄດ້ຟືກຝົນຫຼໍ່ຫຼອມຕົນເອງ ເພື່ອກາຍເປັນພົນລະເມືອງຜູ້ມີປະໂຫຍດໃຫ້ແກ່ສັງຄົມ ແລະ ເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.