ຂ່າວເດັ່ນ

ພິທີອາໄລເພາະບຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ

ພິທີອາໄລເພາະບຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ

(VOVWORLD) - ຕອນຄ່ຳວັນທີ 22 ກໍລະກົດ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ ເມືອງ ແອງເຊີນ ແຂວງ ເຫງະອານ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ເຫງະອານ

 ພິທີອາໄລເພາະບຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ (ພາບ: VTV)

ໄດ້ຈັດຕັ້ງພິທີອາໄລເພາະບຸນໃຫ້ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ສຸສານ ຫວຽດ - ລາວ ແມ່ນສຸສານຝັງສົບຂອງນັກຮົບ, ທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ກ່ວາ 11 ພັນຄົນ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບ ລາວ. ທີ່ພິທີ ບັນດາພຸດທະສາສະນິກກະຊົນ, ປະຊາຊົນທົ່ວທຸກແຫ່ງ ໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາເຖິງວີນຍານນັກຮົບເສຍສະຫຼະຊີວິດເພື່ອຊາດ ສະແດງໃຫ້ເຫັນນ້ຳໃຈສະແດງຄວາມຮູ້ບຸນຄຸນຂອງສາສະໜາພຸດ, ສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ ຫວຽດນາມ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.