ຂ່າວເດັ່ນ

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ ຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ ຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ

(VOVWORLD) - ສ.ເກົາຫຼີ ໄດ້ຍິງປືນໃຫຍ່ 21 ນັດຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ.

(ທ່ານ ໂຕເລິມ, ເລຂາທິການໃຫຍ່ ຫວຽດນາມ ແລະ ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ)

ຕອນເຊົ້າວັນທີ 11 ສິງຫາ, ພິທີຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ, ແຕ່ວັນທີ 10 – 13 ສິງຫາ, ຕາມຄຳເຊີນຂອງທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ແລະ ພັນລະຍາ, ທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ ສ.ເກົາຫຼີ.

ສ.ເກົາຫຼີ ໄດ້ຍິງປືນໃຫຍ່ 21 ນັດຕ້ອນຮັບທ່ານ ໂຕເລິມ, ເລຂາທິການໃຫຍ່ ແລະ ທ່ານນາງ ໂງເຟືອງລີ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ. ພ້ອມກັນນັ້ນກອງດຸລິຍາງໄດ້ບັນເລງເພງຊາດຂອງ ຫວຽດນາມ ແລະ ສ.ເກົາຫຼີ. ທ່ານ ໂຕເລິມ ໄດ້ຍ່າງກວດກອງກຽດຕິຍົດ, ຕໍ່ຈາກນັ້ນ, ການນຳ 2 ທ່ານໄດ້ແນະນຳຄະນະຜູ້ແທນທາງການຂອງ 2 ປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.