ຂ່າວເດັ່ນ

ພິທີມອບ​ລາງວັນ ການ​ເສັງຊອກ​ຮູ້​ກ່ຽວກັບ​ການ​ຢ້ຽມຢາມ​ ອິນ​ໂດ​ເນ​ເຊຍ ຄັ້ງ​ປະຫວັດສາດ​ຂອງທ່ານ​ປະທານ​ໂຮ່ຈີ​ມິນ ​ແລະ ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ປະທານາທິບໍດີ Sukarno

ພິທີມອບ​ລາງວັນ ການ​ເສັງຊອກ​ຮູ້​ກ່ຽວກັບ​ການ​ຢ້ຽມຢາມ​ ອິນ​ໂດ​ເນ​ເຊຍ ຄັ້ງ​ປະຫວັດສາດ​ຂອງທ່ານ​ປະທານ​ໂຮ່ຈີ​ມິນ ​ແລະ ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ປະທານາທິບໍດີ Sukarno

(VOVWORLD) - ພິທີມອບລາງວັນ ການເສັງຂຽນ ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານໂຮ່ຈີມິນ ແລະ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Sukarno ໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບ ສະຖານທູດ ອິນໂດເນເຊຍ ປະຈໍາ ຫວຽດນາມ ຈັດຕັ້ງໃນຕອນຄໍ່າວັນທີ 23 ທັນວາ ຢູ່ຮ່າໂນ້ຍ.

ພິທີມອບລາງວັນ ການເສັງຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານໂຮ່ຈີມິນ ແລະ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Sukarno 

       ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນເຖ໊ກີ໋, ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຊີ້ແຈ້ງວ່າ: ການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານໂຮ່ຈີມິນ ແລະ ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ Sukarno ເມື່ອປີ 1959 ໄດ້ສ້າງພື້ນຖານໃຫ້ແກ່ການພົວພັນລະຫວ່າງສອງປະເທດ ແລະ ການນໍາ ແລະ ປະຊາຊົນສອງປະເທດໄດ້ສືບຕໍ່ ເພີ່ມພູນຄູນສ້າງຈົນເຖິງປັດຈຸບັນ. ການຈັດການເສັງດັ່ງກ່າວ ແມ່ນເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໃນປີ 2020. ທ່ານກ່າວວ່າ:

        “ພາຍຫຼັງປຸກລະດົມການເສັງດັ່ງກ່າວມາເປັນເວລາ 2 ເດືອນ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບການສະໜັບສະໜູນຂອງຜູ້ເຂົ້າຮ່ວມການເສັງໃນທົ່ວປະເທດເປັນຈໍານວນຫຼວງຫຼາຍ. ມີບົດເສັງຫຼາຍບົດ ໄດ້ເຮັດມາຢ່າງພິຖິພິຖັນ. ຜ່ານບົດເສັງຕ່າງໆ ກໍສະແດງໃຫ້ເຫັນຄວາມຮັກແພງຂອງຜູ້ຂຽນ ທີ່ມີີຕໍ່ປະເທດ ອິນໂດເນເຊຍ, ເຊີດຊູໄມຕີຈິດມິດຕະພາບລະຫວ່າງສອງປະເທດ, ພິເສດແມ່ນ ເຊີດຊູນໍ້າໃຈເພື່ອນມິດສະຫາຍແບບພິເສດລະຫວ່າງ ປະທານໂຮ່ຈີມິນ ແລະ ປະທານາທິບໍດີ ອິນໂດເນເຊຍ Sukarno”.

        ຄະນະຈັດຕັ້ງ ໄດ້ມອບລາງວັນພິເສດ 1 ລາງວັນ; ລາງວັນທີໜຶ່ງ 1 ລາງວັນ; ລາງວັນທີສອງ  1 ລາງວັນ ແລະ ລາງວັນທີສາມ 3 ລາງວັນ ໃຫ້ແກ່ຜູ້ທີ່ມີບົດຂຽນດີເດັ່ນ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.