ຂ່າວເດັ່ນ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງ ຝູອຽນ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍແຂວງ ຝູອຽນ

(VOVWORLD) - ເນື່ອງໃນໂອກາດນີ້, ແຂວງ ຝູອຽນ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ໂດຍທ່ານປະທານປະເທດມອບໃຫ້ ຍ້ອນມີຜົນງານດີເດັ່ນໃນການດຶງດູດການລົງທຶນ

(ທີ່ພິທີສະເຫຼີມສະຫຼອງ)

        ຕອນຄ່ຳວັນທີ 01 ເມສາ, ຢູ່ນະຄອນ ຕຸຍຮ່ວາ, ແຂວງ ຝູອຽນ ໄດ້ຈັດພິທີສະເຫຼີມສະຫຼອງ 90 ປີແຫ່ງວັນປົດປ່ອຍແຂວງ (01 ເມສາ 1975 – 01 ເມສາ 2025). ກ່າວຄຳເຫັນທີ່ພິທີ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ, ຢືນຢັນວ່າ ຝູອຽນ ມີຄວາມສາມາດບົ່ມຊ້ອນ, ທ່າແຮງຫຼາຍຢ່າງ ແລະ ຍັງມີທ່າແຮງບົມຊ້ອນເພື່ອພັດທະນາ; ພ້ອມກັນນັ້ນ ກໍຕັກເຕືອນວ່າ ທາງແຂວງກໍ່ຕ້ອງຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດທີ່ປອດໃສ, ລະດົມທຸກແຫຼ່ງກຳລັງໃນສັງຄົມຂອງແຂວງ ແລະ ນອກແຂວງ ແລະ ຕ່າງປະເທດຢ່າງສຸດຂີດ, ສ້າງບາດກ້າວໃນການພັດທະນາເສດຖະກິດ - ສັງຄົມ.

        ເນື່ອງໃນໂອກາດນີ້, ແຂວງ ຝູອຽນ ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ໂດຍທ່ານປະທານປະເທດມອບໃຫ້ ຍ້ອນມີຜົນງານດີເດັ່ນໃນການດຶງດູດການລົງທຶນ, ຫັນປ່ຽນໂຄງປະກອບເສດຖະກິດດ້ານກະສິກຳ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.