ຂ່າວເດັ່ນ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຢູ່ປະເທດ ໄທ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບຢູ່ປະເທດ ໄທ

(VOVWORLD) - ບັນດາຜູ້ແທນໄດ້ພ້ອມກັນຮັບຊົມຮູບເງົາເອກະສານ 19 ເລື່ອງດ້ວຍຫົວຂໍ້ “ເສັ້ນທາງທີ່ໄດ້ເລືອກ” ພັນລະນາຄືນເສັ້ນທາງປະຫວັດສາດສຳຄັນຂອງ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ

(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ)

        ຕອນບ່າຍວັນທີ 06 ພຶດສະພາ, ພິທີຊຸມນຸ່ມມິດຕິງສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ແລະ 135 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ເຂດສວນສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ບາງກອກ, ປະເທດ ໄທ.

        ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ ໄດ້ເນັ້ນໜັກເຖິງຄວາມໝາຍປະຫວັດສາດຂອງໄຊຊະນະລະດູບານໃໝ່ປີ 1975 ແລະ ຫວນຄືນການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ ຢູ່ ໄທ, ແຕ່ປີ 1928 – 1929, ແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ໂຄສະນາເຜີຍແຜ່ລັດທິຮັກຊາດ ແລະ ເພີ່ມພູນຄູນສ້າງນ້ຳໃຈສາມັກຄີກັບປະຊາຊົນ ໄທ.

        ບັນດາຜູ້ແທນໄດ້ພ້ອມກັນຮັບຊົມຮູບເງົາເອກະສານ 19 ເລື່ອງດ້ວຍຫົວຂໍ້ “ເສັ້ນທາງທີ່ໄດ້ເລືອກ” ພັນລະນາຄືນເສັ້ນທາງປະຫວັດສາດສຳຄັນຂອງ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ພິເສດແມ່ນຈຸດເວລາປະຫວັດສາດວັນທີ 30 ເມສາ 1975, ເມື່ອພາກໃຕ້ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.