ຂ່າວເດັ່ນ

ພັກ, ລັດ ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການສາສະໜາເຄື່ອນໄຫວຕາມທິດນຳ “ຢູ່ໃນສິນ, ກິນໃນທຳ”

ພັກ, ລັດ ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການສາສະໜາເຄື່ອນໄຫວຕາມທິດນຳ “ຢູ່ໃນສິນ, ກິນໃນທຳ”

(VOVWORLD) - ໃນຕະຫຼອດໄລຍະການປະຕິວັດ, ສະມາຄົມພຸດທະສາສະໜາ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

(ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ, ໄປຢ້ຽມຢາມ, ອວຍພອນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ)

        ຕອນບ່າຍວັນທີ 31 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ, ໄປຢ້ຽມຢາມ, ອວຍພອນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ສຳນັກສັງຄະລາດໃຫຍ່ເຂດຊາວຄຼິດ ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025).

        ໂດຍຕາງໜ້າໃຫ້ພັກ, ລັດ, ທ່ານ ຫງວຽນຈ້ອງເງັ້ຍ ຢືນຢັນວ່າ, ໃນຕະຫຼອດໄລຍະການປະຕິວັດ, ສະມາຄົມພຸດທະສາສະໜາ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາດ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານຢືນຢັນວ່າ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການສາສະໜາເຄື່ອນໄຫວຕາມທິດນຳ “ຢູ່ໃນສິນ, ກິນໃນທຳ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.