ຂ່າວເດັ່ນ

ພັກ​ພູມ​ໃຈ​ໄທ ຖະ​ແຫຼງ​ຖອນ​ຕົວ​ອອກ​ຈາກ​ພັກ​ຮ່ວມ​ລັດ​ຖະ​ບານ ໄທ

ພັກ​ພູມ​ໃຈ​ໄທ ຖະ​ແຫຼງ​ຖອນ​ຕົວ​ອອກ​ຈາກ​ພັກ​ຮ່ວມ​ລັດ​ຖະ​ບານ ໄທ

(VOVWORLD) - ວັນທີ 18 ມິຖຸນາ, ພັກພູມໃຈໄທ ເຊິ່ງເປັນພັກໃຫຍ່ອັນດັບທີ 2 ໃນລັດຖະບານຂອງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ດ້ວຍ 69 ບ່ອນນັ່ງໃນສະພາແຫ່ງຊາດ, ໄດ້ຖະແຫຼງຖອນຕົວອອກຈາກພັກລວມລັດຖະບານຢ່າງເປັນທາງການ.

ສຳນັກງານນາຍົກລັດຖະມົນຕີ ໄທ (ພາບ: VOV)

ຖະແຫຼງການຂອງພັກພູມໃຈໄທ ໄດ້ຍົກອອກມາໃນຕອນຄ່ຳວັນທີ 18 ມິຖຸນາ ພາຍຫຼັງທີ່ເທບບັນທຶກສຽງການໂອ້ລົມລະຫວ່າງ ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ແລະ ທ່ານປະທານສະພາສູງ ກຳປູເຈຍ Hun Sen ກ່ຽວຂ້ອງເຖິງບັນຫາຂັດແຍ້ງອະທິປະໄຕລະຫວ່າງສອງປະເທດຖືກຮົ່ວໄຫຼ. ພັກພູມໃຈໄທ ໃຫ້ຮູ້ວ່າ ຄະນະກຳມະການບໍລິຫານຂອງພັກ ໄດ້ປະຊຸມເພື່ອປຶກສາຫາລືກ່ຽວກັບບັນຫານີ້ ແລະ ຕັດສິນໃຈຖອນຕົວອອກຈາກພັກຮ່ວມລັດຖະບານ. ຕາມນັ້ນແລ້ວ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີທັງໝົດຂອງພັກພູມໃຈໄທ ໄດ້ຍື່ນໃບລາອອກຈາກຕຳແໜ່ງເຖິງທ່ານນາຍົກລັດຖະມົນຕີ, ເຊິ່ງມີຜົນສັກສິດນັບແຕ່ມື້ວັນທີ 19 ມິຖຸນາ ເປັນຕົ້ນໄປ.

        ດ້ວຍການຕັດສິນຂອງພັກພຸມໃຈໄທ, ພັກເພື່ອໄທຂອງທ່ານນາງ ແພທອງທານ ນາຍົກລັດຖະມົນຕີ ຈະຍັງເຫຼືອພຽງແຕ່ 261 ບ່ອນນັ່ງຢູ່ສະພາຕ່ຳ, ໃນຂະນະທີ່ພັກຝ່າຍຄ້ານມີ 234 ບ່ອນນັ່ງ.

        ນັກຂ່າວ VOV ປະຈຳ ໄທ


This site is protected by reCAPTCHA and the Google Privacy Policy and Terms of Service apply.