ຂ່າວເດັ່ນ

ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ລາຍເຈົາ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ລາຍເຈົາ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

(VOVWORLD) - ຕາແສງ ທູລຸ້ມ ຍາມໃດກໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກ, ກໍຄືຄວາມຄາດຫວັງພັດທະນາທ້ອງຖິ່ນໃນສັງກາດບຸກບືນ.

(ພໍ່ແມ່ປະຊາຊົນຢູ່ ທູລຸ້ມ)

        ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ຕາແສງຊາຍແດນ ທູລຸ້ມ, ແຂວງ ລາຍເຈົາ ພວມມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ເຊື່ອໝັ້ນວ່າ ເຫດການການເມືອງນີ້ຈະສ້າງຂີດໝາຍບາດລ້ຽວໃນການພັດທະນາປະເທດຊາດໃນສັງກາດໃໝ່.

        ໂດຍແມ່ນຕາແສງເຂດຫ່າງໄກຊອກຫຼີກ, ເຂດຊາຍແດນ ດ້ວຍປະຊາກອນກວ່າ 99% ແມ່ນພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍຄື ທູລຸ້ມ, ໃນໄລຍະຜ່ານມາ, ທາງທ້ອງຖິ່ນຍາມໃດກໍ່ນຳໜ້າໃນການປະຕິບັດບັນດາໜ້າທີ່ໂຄສະນາກ່ຽວກັບຂອງປະຊຸມໃຫຍ່ຜູ້ແທນຄັ້ງທີ 14 ຂອງພັກ. ທ່ານ ຫງວຽນເຈື່ອງຢາງ, ເລຂາຄະນະພັກຕາແສງ ທູລຸ້ມ, ແຂວງ ລາຍເຈົາ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຍູ້ແຮງການໂຄສະນາ, ຊາບຊຶມຄວາມໝາຍ, ຄວາມສຳຄັນຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກຢ່າງເລິກເຊິ່ງ, ກວ້າງຂວາງ, ຕິດກັບບັນດາຂະບວນການແຂ່ງຂັນ ດ້ວຍວຽກງານລະອຽດ, ແທດຈິງ. ພວກຂ້າພະເຈົ້າໄດ້ຂົນຂວາຍການຫັນປ່ຽນໂຄງປະກອບຜົນລະປູກ, ສັດລ້ຽງ, ປະຕິບັດບັນດາຂະບວນການທົ່ວປວງຊົນສາມັກຄີ ກໍ່ສ້າງຊົນນະບົດໃໝ່, ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ, ຂະບວນການທົ່ວປວງຊົນເຂົ້າຮ່ວມການປົກປ້ອງຄວາມໝັ້ນຄົງປະເທດຊາດໃຫ້ເປັນຢ່າງດີ”.

        ຕາແສງ ທູລຸ້ມ ຍາມໃດກໍ່ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກ, ກໍຄືຄວາມຄາດຫວັງພັດທະນາທ້ອງຖິ່ນໃນສັງກາດບຸກບືນ. 

This site is protected by reCAPTCHA and the Google Privacy Policy and Terms of Service apply.