ຂ່າວເດັ່ນ

ພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມການພົບປະລະດູບານໃໝ່ປີມະເມຍ 2026

ພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມການພົບປະລະດູບານໃໝ່ປີມະເມຍ 2026

(VOVWORLD) - ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ຕາງໜ້າໃຫ້ການນຳນະຄອນ ສົ່ງຄຳອວຍພອນປີໃໝ່ອັນດີງາມໄປເຖິງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ

(ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ)

ຕອນຄ່ຳວັນທີ 06 ກຸມພາ, ຢູ່ສະໂມສອນ ທົງເຍິດ, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈິມິນ ໄດ້ຈັດການພົບປະຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນປີໃໝ່ປະຈຳຊາດປີມະເມຍ 2026. ລາຍການໂດຍມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ຫຼາຍປະເທດ ແລະ ເຂດແຄ້ວນໃນໂລກ ປະມານ 1.000 ຄົນ.

ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ຕາງໜ້າໃຫ້ການນຳນະຄອນ ສົ່ງຄຳອວຍພອນປີໃໝ່ອັນດີງາມໄປເຖິງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ; ພ້ອມກັນນັ້ນ ກໍ່ຂອບໃຈຕໍ່ບັນດາການປະກອບສ່ວນຢ່າງແທດຈິງຂອງພໍ່ແມ່ປະຊາຊົນຕໍ່ການພັດທະນາຂອງນະຄອນ ໂຮ່ຈີມິນ ໃນໄລຍະຜ່ານມາ.

“ນະຄອນ ໂຮ່ຈີມິນ ພວມຜັນຂະຫຍາຍແຜນຮ່າງນະໂຍບາຍເສີມຂະຫຍາຍແຫຼ່ງກຳລັງການໂອນເງິນກັບມາປະເທດ ໃນບໍລິເວນນະຄອນ ໂຮ່ຈີມິນ ຮອດປີ 2030 ຢ່າງຂ້ຽວຂາດ. ພ້ອມກັນນັ້ນ, ກໍ່ສືບຕໍ່ຫັນເປັນລະອຽດ ແລະ ປະຕິບັດບັນດາກົນໄກ, ນະໂຍບາຍໃຫ້ມີປະສິດທິຜົນ ແລະ ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກລົງທຶນຢ່າງຄົບຖ້ວນ. ທາງນະຄອນກຳນົດຢ່າງສະເໝີຕົ້ນສະເໝີປາຍທີ່ວ່າ ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ບໍ່ພຽງແຕ່ແມ່ນແຫຼ່ງກຳລັງເທົ່ານັ້ນ ຫາກຍັງແມ່ນເຈົ້າກຳຮ່ວມເດີນທາງພັດທະນາ, ແມ່ນຄູ່ຮ່ວມມືຍຸດທະສາດອັນຍາວນານ ແລະ ແມ່ນບັນດາຜູ້ຮ່ວມສ້າງອະນາຄົດໃຫ້ແກ່ນະຄອນອີກດ້ວຍ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.